17 ປະເທດ ເຂົ້າຮ່ວມຊິງໄຊ ປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ 1-6 ກັນຍາ 2022

ການແຂ່ງຂັນປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງທຳອິດ ໃນລະຫວ່າງວັນທີ 1-6 ກັນຍາ 2022 ປະຈຸບັນມີນັກກິລາ 160 ກວ່າຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ຢືນຢັນເຂົ້າຮ່ວມຊິງໄຊ ໂດຍມີທັງໝົດ 11 ລາຍການຄື: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ, ທີມຍິງ ແລະ ທີມຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການຄື: ປະເພດຍິງດ່ຽວ-ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.

ສຳລັບ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງນີ້ ປະກອບມີ: ບາເຣນ, ບັງກະລາເທດ, ສປ ຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕ້າ, ສາທາລະນະລັດເກົາຫລີ, ສິງກະໂປ, ໄທ, ອຸສເບກິສຖານ ແລະ ສປປ ລາວ ເຈົ້າພາບ.

ສະເພາະລາວເຮົາ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ຄົນ ໂດຍໄດ້ສິດທິພິເສດໃນນາມເຈົ້າພາບ ສາມາດສົ່ງແຂ່ງຂັນຄົບທຸກລາຍການໂດຍບໍ່ຕ້ອງແຂ່ງຮອບຄັດເລືອກ ເຊິ່ງຄັ້ງນີ້ ພວກເຮົາຂາດນັກກິລາພຽງປະເພດຍິງດ່ຽວ U19 ສ່ວນອີກ 10 ລາຍການ ສົ່ງເຂົ້າຮ່ວມທັງໝົດ. ສຳລັບ 10 ລາຍການ ທີ່ນັກກິລາປິ່ງປ່ອງລາວເຂົ້າຮ່ວມມີ: U19 ປະເພດຊາຍ 5 ຄົນ, U15 ປະເພດຊາຍ 6 ຄົນ ແລະ U15 ປະເພດຍິງ 5 ຄົນ.

ການແຂ່ງຂັນຄັ້ງນີ້ ນອກຈາກນັກກິລາ 160 ກວ່າຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມ ຍັງມີທີມງານກຳມະການຕັດສິນ ພ້ອມດ້ວຍ ວິຊາການ ເຈົ້າໜ້າທີ່ກ່ຽວຂ້ອງເກືອບ 100 ຄົນ ຈາກຫລາກຫລາຍປະເທດເຂົ້າຮ່ວມ.

ນັກກິລາທີ່ໄດ້ແຊ້ມ ແລະ ຮອງແຊ້ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງ ແຊ້ມປະເພດທີມຍິງ, ທີມຊາຍ U15 ແລະ U19 ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມໂລກ (World Youth 2022).

ເຊີນຊວນທ່ານຜູ້ຊົມ ມາຮ່ວມຊົມ ຮ່ວມເຊຍ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ ເພື່ອໃຫ້ງານຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍຢ່າງຈົບງາມ ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.

Photo: Santi Ti Thongmalino

Leave a Reply

Your email address will not be published. Required fields are marked *