ມາເບິ່ງມະຫາເສດຖີ ທີ່ສົນໃຈຊື້ສະໂມສອນ ລີເວີພູລ!

ພາຍຫລັງທີ່ ກຸ່ມບໍລິສັດ ເຟັນເວ ສະປອດ ກຣຸບ ໃນນາມ ຈອນ ດັບເບິ້ນຢູ ເຮັນຣີ້ ເຈົ້າຂອງສະໂມສອນ ຫົງແດງ ລີເວີພູລ ທີມດັງໃນເວທີ ພຣີເມ່ຍລີກ ອັງກິດ ມີປະສົງຈະຂາຍສະໂມສອນ ຂະນະນີ້ ມີມະຫາເສດຖີຫລາຍຄົນ ສົນໃຈຢາກຊື້ສະໂມສອນ ລີເວີພູລ ມາບໍລິຫານ ປະກອບມີ: ຕະກູນ ຣິກເກັດສ໌ ມະຫາເສດຖີຈາກອາເມຣິກາ ເຈົ້າຂອງສະໂມສອນເບັສບໍລ ຊິຄາໂກ້ ຄັບສ໌ ໃນເມເຈີລີກເບັສບໍລຂອງອາເມຣິກາ, ມູຊິນ ບາຍຣັກ ນັກທຸລະກິດຊາວຕູຣາເຄຍ ເຈົ້າຂອງ ບໍລິສັດ ເອບີ ກຣຸບ ໂຮດິ້ງ, ບິນລີ້ ບິນ ອະດີດນັກກິລາເບັສບໍລຊາວອາເມຣິກາ ຜັນຕົວມາເປັນນັກທຸລະກິດຊື່ດັງ, ອີລອນ ມັສຄ໌ ເຈົ້າຂອງສາຍາ ໂທນີ້ ສະຕາກ ຫລື ໄອຣ້ອນ ແມນ ເຈົ້າຂອງທະວິດເຕີ, ລວມທັງ ເລບອນ ເຈມສ໌ ນັກກິລາບານບ້ວງຊື່ດັງຊາວອາເມຣິກາ.

ຢ່າງໃດກໍຕາມ ຕາມຂ່າວທີ່ສື່ທ້ອງຖິ່ນນຳສະເໜີ ເຈົ້າຂອງທີມ ລີເວີພູລ ອາດຈະບໍ່ຂາຍຮຸ້ນຂອງສະໂມສອນທັງໝົດ, ຄາດວ່າຈະຂາຍພຽງສ່ວນໜຶ່ງ ເພື່ອນຳເອົາທຶນມາບໍລິຫານ ສ້າງທີມໃຫ້ເຂັ້ມແຂງກວ່າເກົ່າ.

Photo: Liverpool FC

Leave a Reply

Your email address will not be published. Required fields are marked *