ການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022 ການແຂ່ງຂັນຮອບເພອັອຟ ເພື່ອຊິງເຂົ້າຮອບແບ່ງກຸ່ມ ລະຫວ່າງ ທີມຊາດຕີມໍເລັສເຕ້ ພົບກັບ ທີມຊາດບຣູໄນ ນັດທີສອງ ຕີມໍເລັສເຕ້ ເປີດບ້ານເອົາຊະນະ ບຣູໄນ 1-0 ແຕ່ບໍ່ພຽງພໍຕໍ່ການເຂົ້າຮອບ ເພາະນັດທີໜຶ່ງ ບຸກເສຍໃຫ້ ບຣູໄນ 3-6 ລວມຜົນສອງນັດ ບຣູໄນ ຊະນະ ຕີມໍເລັສເຕ້ 6-4 ຜ່ານການຄັດເລືອກເຂົ້າຮອບແບ່ງກຸ່ມຄັ້ງທຳອິດໃນຮອບ 26 ປີ ຕໍ່ຈາກປີ 1996.
ຮອບແບ່ງກຸ່ມ ທີມຊາດບຣູໄນ ໄປຢູ່ໃນກຸ່ມ A ຮ່ວມກັບ ໄທ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 6 ສະໄໝ, ອິນໂດເນເຊຍ ຮອງແຊ້ມຄັ້ງຜ່ານມາ, ຟີລິບປິນ ແລະ ກຳປູເຈຍ. ນັດທຳອິດ ບຣູໄນ ຈະເປີດບ້ານດວນກັບ ໄທ ແຊ້ມເກົ່າ ວັນທີ 20 ທັນວາ 2022 ນີ້.
ສ່ວນ ກຸ່ມ B ປະກອບມີ: ທີມຊາດລາວ, ຫວຽດນາມ ແຊ້ມ 2 ສະໄໝ, ມາເລເຊຍ ແຊ້ມ 1 ສະໄໝ, ສິງກະໂປ ແຊ້ມ 4 ສະໄໝ ແລະ ມຽນມາ. ສະເພາະຕາຕະລາງແຂ່ງຂັນຂອງທີມຊາດລາວ ນັດທຳອິດ ຈະເປີດບ້ານພົບກັບ ທີມຊາດຫວຽດນາມ ວັນທີ 21 ທັນວາ 2022, ນັດທີສອງ ໄປຢາມ ມາເລເຊຍ ວັນທີ 24 ທັນວາ, ນັດທີສາມ ເປີດບ້ານພົບກັບ ສິງກະໂປ ວັນທີ 27 ທັນວາ ແລະ ນັດທີສີ່ ນັດສຸດທ້າຍຂອງກຸ່ມ ຈະໄປຢາມ ມຽນມາ ວັນທີ 30 ທັນວາ 2022.
Photo: AFF Mitsubishi Electric Cup