ຝ່າຍຈັດການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ໄດ້ຢືນຢັນຕາຕະລາງແຂ່ງຂັນໃໝ່ ລະດູການຕໍ່ໄປ 2023-24 ຈະແຂ່ງຂັນໃນລະຫວ່າງວັນທີ 12 ສິງຫາ 2023 ຫາວັນທີ 19 ພຶດສະພາ 2024 ໂດຍຈະມີການຢຸດພັກຊົ່ວຄາວ ໄລຍະປີໃໝ່ສາກົນ ໃນລະຫວ່າງວັນທີ 13-20 ມັງກອນ 2024.
ພ້ອມກັນນີ້ ຈະບໍ່ມີການແຂ່ງຂັນສອງນັດ ໃນວັນໃກ້ຄຽງກັນໃນໄລຍະຄຣິດສະມາດ ພາຍໃນ 48 ຊົ່ວໂມງ, ລະດູການໃໝ່ 2023-24 ຕາຕະລາງແຂ່ງຂັນຈະກັບມາເປັນປົກກະຕິ ພາຍຫລັງ 3 ລະດູການຫລ້າສຸດ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ບານໂລກ 2022 ເຮັດໃຫ້ຕາຕະລາງຄາດເຄື່ອນມີການປ່ຽນແປງ.
Photo: Premier League