ລະດູການຜ່ານມາ ແມນຊິຕີ້ ມີລາຍໄດ້ 613 ລ້ານປອນ ແລະ ກຳໄລ 41.73 ລ້ານປອນ!

ແມນເຊັສເຕີ ຊິຕີ້ ທີມຊັ້ນນຳໃນສັງວຽນ ພຣີເມ່ຍລີກ ອັງກິດ ເປີດເຜີຍລາຍໄດ້ຜົນດຳເນີນທຸລະກິດໃນລະດູການຜ່ານມາ 2021-22 ສະໂມສອນມີລາຍໄດ້ 613 ລ້ານປອນ ແລະ ກຳໄລ 41.73 ລ້ານປອນ, ເຊິ່ງລະດູການຜ່ານມາ ຊິຕີ້ ເປັນແຊ້ມພຣີເມ່ຍລີກ ສະໄໝທີ 6 ນັບຕັ້ງແຕ່ກຸ່ມທຶນຈາກສະຫະລັດ ເອມີເຣດ Abu Dhabi United Group ມາຊື້ກິດຈະການໃນປີ 2008.

ເມື່ອປຽບທຽບຈາກລະດູການກ່ອນໜ້ານີ້ 2020-21 ເຊິ່ງຖືກຜົນກະທົບຢ່າງໜັກຈາກການລະບາດຂອງພະຍາດໂຄວິດ-19 ຊິຕີ້ ມີກຳໄລ 43.2 ລ້ານປອນ, ສະເພາະວັນທີ 1 Jກໍລະກົດ 2021 ຫາວັນທີ 30 ມິຖຸນາ 2022 ສະໂມສອນມີກຳໄລຈາກການຂາຍນັກເຕະ 67.6 ລ້ານປອນ ແລະ 5 ປີຜ່ານມາ ສະໂມສອນມີລາຍໄດ້ຈາກການຂາຍນັກເຕະປະມານ 250 ລ້ານປອນ.

ສ່ວນລາຍໄດ້ຈາກແຟນບານ ທີ່ເຂົ້າມາຊົມໃນສະໜາມເອທີຮັດ ພາຍຫລັງສະພາບໂຄວິດ-19 ແມ່ນ 54.5 ລ້ານປອນ ລວມທັງລາຍໄດ້ຕ່າງໆທາງການຄ້າຈາກ 271.7 ລ້ານປອນ ມາເປັນ 309.5 ລ້ານປອນ.

ລາຍໄດ້ 613 ລ້ານປອນຂອງ ແມນຊິຕີ້ ໃນລະດູການຜ່ານມາ ກາຍເປັນສະໂມສອນໃນອັງກິດ ມີລາຍໄດ້ສູງສຸດອັນດັບສອງ ຮອງຈາກ ແມນເຊັສເຕີ ຢູໄນເຕັດ ໃນປີ 2019 ທີ່ໄດ້ 627 ລ້ານປອນ.

Photo: Manchester City

Leave a Reply

Your email address will not be published. Required fields are marked *