ເລັສເຕີ ຊະນະ ນິວພ໊ອດ 3-0 ເຂົ້າຮອບ 4 ຄາຣາບາວ ຄັບ 2022-23

ການແຂ່ງຂັນເຕະບານ ຄາຣາບາວ ຄັບ ຫລື ລີກຄັບ ອັງກິດ ລະດູການ 2022-23 ຮອບທີ 3 ຄືນວັນຈັນທີ 8 ພະຈິກຜ່ານມາ, ຈິງຈອກສະຫຍາມ ເລັສເຕີ ຊິຕີ້ ເປີດບ້ານໄລ່ຕ້ອນຊະນະ ນິວພ໊ອດ ເຄົາຕີ້ ທີມຈາກລີກທູ ລີກອັນດັບ 4 ຂອງປະເທດ 3-0 ຈາກ: ເຈມສ໌ ຈັສຕິນ ໜຶ່ງປະຕູ ແລະ ເຈມີ້ ວາຣດີ້ ສອງປະຕູ.

ຂະນະທີ່ ບຣອນມັດ ຊະນະ ເອຟເວີຕັນ , ເບັນຟອດ ເສຍໃຫ້ ຈິວລິ້ງແຮມ ທີມຈາກລີກທູ ດ້ວຍການດວນຈຸດໂທດ 5-6 ເວລາປົກກະຕິສະເໝີກັນ 1-1.

ຄືນນີ້ ຄູ່ທີ່ໜ້າສົນໃຈ: ອາຣເຊນໍລ ພົບ ໄບຣຕັ້ນ, ນັອດຕິ້ງແຮມ ຟໍຣເຣັດ ພົບ ສະເປີ, ນິວຄາສເຊິນ ພົບ ຄຣິສຕັນ ພາເລດ ເວລາ: 2:45, ລີເວີພູລ ພົບ ດາບີ້ ເຄົາຕີ້ ແລະ ແມນຊິຕີ້ ພົບ ເຊວຊີ ເວລາ 3:00.

Photo: Leicester City Football Club

Leave a Reply

Your email address will not be published. Required fields are marked *