ນາໂປລີ ເດີນໜ້າຄວ້າໄຊຕໍ່ເນື່ອງ ຫລ້າສຸດຊະນະ ເອັມໂປລີ 2-0 ໜີຫ່າງອັນດັບສອງ 8 ຄະແນນ!

ການແຂ່ງຂັນເຕະບານ ເຊຣີອາ ອີຕາລີ ລະດູການ 2022-23 ນັດກາງອາທິດ ຄືນວັນຈັນທີ 8 ພະຈິກຜ່ານມາ, ນາໂປລີ ທີມນຳ ເປີດບ້ານເຊືອດ ເອັຟໂປລີ 2-0 ໄດ້ສອງປະຕູຈາກຕົວສຳຮອງ ເອີວິ້ງ ໂລຊາໂນ້ ນາທີ 69′ ແລະ ປີໂອເຕີ ຊີລິນສະກີ້ ນາທີ 88′ ຄວ້າໄຊໃນເກມລີກ 10 ນັດລວດ ແລະ ຍັງບໍ່ເສຍໃນລີກລະດູການນີ້ 14 ນັດ ຊະນະ 12 ສະເໝີ 2 ນຳອັນດັບສອງ ເອຊີ ມິລານ ແຊ້ມເກົ່າ 8 ຄະແນນ ພາຍຫລັງທີ່ ມິລານ ເຮັດໄດ້ພຽງສະເໝີກັບ ເຄຣໂມເນເຊ້ 0-0.

ຄືນນີ້ ຈະມີແຂ່ງຂັນອີກ ຄູ່, ຄູ່ທີ່ໜ້າສົນໃຈ: ເລັກເຊ້ ພົບ ອັດຕາລັນຕ້າ , ຊັສຊູໂລ້ ພົບ ໂຣມ້າ ເວລາ: 00:30 ແລະ ອິນເຕີ ພົບ ໂບໂລນຢ້າ ເວລາ: 2:45.

Photo: SSC Napoli

Leave a Reply

Your email address will not be published. Required fields are marked *