ການແຂ່ງຂັນເຕະບານ ບຸນເດັສລີກ້າ ເຢຍລະມັນ ລະດູການ 2022-23 ນັດກາງອາທິດ ຄືນວັນຈັນທີ 8 ພະຈິກຜ່ານມາ, ເສືອໃຕ້ ບາເຢິນ ມິວນິກ ແຊ້ມເກົ່າ ເປີດບ້ານຖະຫລົ່ມ ແວເດີ ເບຣເມັນ ເຖິງ 6-1 ໃນນີ້ ແຊັກ ຫງ່າບຣີ້ ຍິງແຮັດທຣິກທີ 6 ໃນອາຊີບ ພາທັບເສືອໃຕ້ ຊະນະເກມລີກ 5 ນັດລວດ ແລະ ຍັງບໍ່ເສຍໃຫ້ ເບຣເມັນ 26 ນັດຫລັງສຸດທີ່ພົບກັນ ຍິງໄດ້ເຖິງ 111 ປະຕູ.
ພ້ອມກັນນີ້ ກໍສ້າງສະຖິຕິຍິງໄດ້ເຖິງ 47 ປະຕູຈາກ 14 ນັດໃນເກມລີກ ເປັນອັນດັບສອງຮອງຈາກສະຖິຕິ ລະດູການ 1976/77 ພຽງໜຶ່ງປະຕູ. ແຕ່ໃນເກມນີ້ ຊາດີໂອ ມາເນ່ ກອງໜ້າຂອງທີມມີອາການບາດເຈັບຫົວເຂົ່າ ຫລິ້ນໄດ້ພຽງ 15 ນາທີ ສ່ຽງບໍ່ທັນຊ່ວຍທີມຊາດເຊເນການໃນ ບານໂລກ 2022 ທີ່ກ້າຕ້າ ທີ່ຈະເປີດສາກອີກ 13 ວັນ.
ສ່ວນຜົນຄູ່ອື່ນ: ດັອດມຸນ ບຸກເສຍໃຫ້ ໂວຟບວກ 0-2, ໂບຄຸ້ມ ຊະນະ ກັດບັກ 2-1 ແລະ ສະຕຸດກາດ ຊະນະ ແຮທ້າ ເບີລິນ 2-1. ຄືນນີ້ ຈະມີແຂ່ງຂັນ 5 ຄູ່, ຄູ່ທີ່ໜ້າສົນໃຈ: ແຟັງເຟີດ ພົບ ຮັອຟເຟັນຮາມ, ໄລຊິກ ພົບ ໄຟຣບວກ ແລະ ຢູນ້ຽນ ເບີລິນ ພົບ ເອົ້າບວກ ແຂ່ງພ້ອມກັນ ເວລາ 2:30.
Photo: FC Bayern München