ເລວານດັອຟສະກີ້ ແລະ ປີເກ້ ໄດ້ບັດແດງ ແຕ່ ບາຣຊ້າ ບຸກຊະນະ ໂອຊາຊູນ້າ 2-1ຍຶດຕຳແໜ່ງທີມນຳ ລາລີກ້າ ຕໍ່ໄປ

ການແຂ່ງຂັນເຕະບານ ລາລີກ້າ ແອັສປາຍ ລະດູການ 2022-23 ນັດກາງອາທິດ ຄືນວັນຈັນທີ 8 ພະຈິກຜ່ານມາ, ບາຣເຊໂລນ້າ ບຸກໄປຢາມ ໂອຊາຊູນ້າ ຖືກຂຶ້ນນຳກ່ອນພຽງ 6′ ນາທີທຳອິດຈາກ: ດາບິດ ກາເຊຍ, ຈາກນັ້ນ ນາທີ 31′ ບາຣຊ້າ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ໂຣເບີດ ເລວານດັອຟສະກີ້ ໄດ້ບັດເຫລືອງທີສອງເປັນບັດແດງ ຈາກຈັງຫວະວາງສອກໃສ່ຄູ່ຕໍ່ສູ້ ກາຍເປັນບັດແດງທີສາມໃນອາຊີບຂອງສູນໜ້າທີມຊາດໂປໂລຍ, ຂະນະທີ່ ເຈີຣາດ ປີເກ້ ກອງຫລັງໃນມ້ານັ່ງສຳຮອງຂອງ ບາຣຊ້າ ກໍໄດ້ບັດແດງຍ້ອນໂຕ້ຖຽງຜູ້ຕັດສິນ ບໍ່ພໍໃຈກັບບັດແດງທີ່ໃຫ້ແກ່ ເລວານດັອຟສະກີ້.

ແຕ່ເຄິ່ງຫລັງ 10 ຄົນຂອງ ບາຣຊ້າ ສາມາດຍິງປະຕູພິກແຊງຊະນະເຈົ້າບ້ານ ໄດ້ປະຕູຕີສະເໝີຈາກ ເປດຣີ້ ນາທີ 48′ ແລະ ໄດ້ປະຕູໄຊຈາກຕົວສຳຮອງ ຣາຟິນຢ້າ ນາທີ 85′ ຈົບເກມ ບາຣຊ້າ ບຸກແຊງຊະນະ ໂອຊາຊູນ້າ 2-1. ຄູ່ອື່ນທີ່ໜ້າສົນໃຈ: ແອັດເລຕິກ ບິວເບົາ ຊະນະ ຣຽວ ບາຢາໂດລິດ 3-0.

ຕາຕະລາງຄະແນນຂະນະນີ້ ບາຣຊ້າ ເປັນທີມນຳຕໍ່ໄປ ມີ 37 ຄະແນນຈາກ 14 ນັດ ນຳແຊ້ມເກົ່າ ຣຽວ ມາດຣິດ 5 ຄະແນນ ແຕ່ແຂ່ງຫລາຍກວ່າໜຶ່ງນັດ, ບິວເບົາ ຂຶ້ນມາຢູ່ທີ ມີ 24 ຄະແນນເທົ່າກັບ ແອັດມາດຣິດ ແຕ່ແຂ່ງຫລາຍກວ່າໜຶ່ງນັດ, ຄືນນີ້ ຈະມີແຂ່ງຂັນ 4 ຄູ່: ຄູ່ໜ້າສົນໃຈ: ເຊບີຢ້າ ພົບ ຣຽວ ໂຊເຊຍແດັດ ເວລາ 1:00, ເອັສປັນຢໍລ ພົບ ບີຢາຣຽວ ເວລາ 2:00 ແລະ ມາຢໍລກ້າ ພົບ ແອັດມາດຣິດ ເວລາ 3:30.

Photo: FC Barcelona

Leave a Reply

Your email address will not be published. Required fields are marked *