ຄາໂຣລາຍ ກາເຊຍ ນັກເທັນນິສ ໄວ 29 ປີ ສ້າງປະຫວັດສາດ ກາຍເປັນນັກເທັນນິສຍິງຊາວຝຣັ່ງຄົນທຳອິດ ສາມາດຄວ້າແຊ້ມ WTA Finals ລາຍການໃຫຍ່ທ້າຍປີ ທີ່ຄັດເອົາອັນດັບ 1 ໃນ 8 ຂອງໂລກມາພົບກັນ ປີນີ້ແຂ່ງຂັນທີ່ນະຄອນ Fort Worth, ລັດເທັກຊັສ, ສະຫະລັດ ອາເມຣິກາ ວັນທີ 31 ຕຸລາ ຫາວັນທີ 7 ພະຈິກຜ່ານມາ.
ຮອບຊິງ ຄາໂຣລາຍ ກາເຊຍ ມື 6 ຂອງໂລກ ເອົາຊະນະ ອາຣີນ້າ ຊາບາເຣັນກ້າ ມື 7 ຂອງໂລກ ຈາກເບລາຣຸສ 2-0 ເຊັດ: 7–6(7–4), 6–4 ຮັບເງິນລາງວັນ 750,000 ໂດລາສະຫະລັດ ແລະ ອັນດັບໂລກຈະຫຍັບຂຶ້ນທີ 4 ເປັນຄັ້ງທຳອິດໃນອາຊີບ.
Photo: WTA Finals