ພິລຶກ! ມີ 10 ບັດແດງ ເຕະບານ ອາເຈນຕິນ້າ ຊຸບເປີຄັບ 2022

ການແຂ່ງຂັນເຕະບານ ອາເຈນຕິນ້າ ຊຸບເປີຄັບ ຮອບຊິງຊະນະເລີດ 2022 ເສິກແຫ່ງສັກສີ ລະຫວ່າງ ສະໂມສອນ ໂບຄາ ຈູເນ່ຍ ພົບກັບ ສະໂມສອນ ຣາຊິ້ງ ຄລັບ ມີເຖິງ 10 ບັດແດງ ໃນນີ້ ໂບຄາ ຈູເນ່ຍ ໄດ້ 7 ບັດແດງ ລົງຫລິ້ນຢູ່ສະໜາມ 5 ຄົນ ແລະ ຢູ່ມ້ານັ່ງສຳຮອງ 2 ຄົນ ສ່ວນ ຣາຊິ້ງ ຄລັບ ໄດ້ 3 ບັດແດງ, ໃນເວລາປົກກະຕິ ໂບຄາ ຈູເນ່ຍ ເປັນຝ່າຍນຳກ່ອນຈາກ ນາທີ 19′ ແລະ ຍິງຕີສະເໝີໃຫ້ ຣາຊິ້ງ ຄລັບ ນາທີ 22′.

ຈາກນັ້ນ ມາສູ້ກັນຕໍ່ໄລຍະຕໍ່ເວລາພິເສດອີກ 30′ ນາທີ ເກມເດີນທາງມາເຖິງນາທີ 95′ ສອງນັກເຕະຊາວໂຄໂລມບີຂອງສອງທີມ ປະທະອາລົມກັນ ຜູ້ຕັດສິນຈົກບັດແດງໃຫ້ທັນທີ ຈາກນັ້ນ ນາທີ 100′ ໂບຄາ ຈູເນ່ຍ ເຫລືອຜູ້ຫລິ້ນ 9 ຄົນ ເມື່ອ ອາລານ ວາເຣລ້າ ໄດ້ບັດເຫລືອທີສອງຈາກການເຕະສະກັດຄູ່ຕໍ່ສູ້, ຫລັງຈາກໄລຍະທ້າຍຂອງການຕໍ່ເວລາພິເສດ ນາທີ 118′ ຣາຊິ້ງ ຄລັບ ມາໄດ້ປະຕູແຊງຂຶ້ນນຳ 2-1 ຈາກຕົວສຳຮອງ: ຄາຣລັອສ ອາວຄາຣັຊ ແລ້ວມາສະແດງຄວາມດີໃຈ ຕໍ່ໜ້າແຟນບານຂອງ ໂບຄາ ຈູເນ່ຍ ເຮັດໃຫ້ ແຟນບານ ແລະ ນັກເຕະຂອງ ໂບຄາ ຈູເນ່ຍ ບໍ່ພໍໃຈ ເລີຍເກີດການປະທະອາລົມກັນ ຜູ້ຕັດສິນຈຶ່ງໃຫ້ບັດແດງແກ່ທັງສອງທີມ ລວມກັນ 10 ບັດ, ໂບຄາ ຈູເນ່ຍ 7 ບັດ, ຣາຊິ້ງ ຄລັບ 3 ບັດ, ຕາມກົດລະບຽບການແຂ່ງຂັນ ຫາກທີມໃດມີນັກເຕະໄດ້ບັດແດງ ແລະ ເຫລືອໃນສະໜາມບໍ່ເກີນ 7 ຄົນ ແມ່ນບໍ່ສາມາດດຳເນີນການແຂ່ງຂັນຕໍ່ໄດ້ ຈົບເກມ ຣາຊິ້ງ ຄລັບ ຊະນະ ໂບຄາ ຈູເນ່ຍ 2-1 ໄດ້ແຊ້ມລາຍການນີ້ເປັນສະໄໝທຳອິດ.

ໄຮໄລ້ການແຂ່ງຂັນຕາມລິ້ງລຸ່ມນີ້:

Photo: Trofeo de Campeones 2022

Leave a Reply

Your email address will not be published. Required fields are marked *