ແມນເຊັສເຕີ ຢູໄນເຕັດ ປະສົບຜົນສຳເລັດໄດ້ ແອນໂທນີ້ ມາຕີອຸສ ດັອສ ຊານໂຕສ ປີກຟອມເດັ່ນທີມຊາດເບຮຊິນ ໄວ 22 ປີ ຈາກ ອາແຈັກ ອຳສະເຕີດຳ ດ້ວຍຄ່າໂຕ 80 ລ້ານ 7 ແສນ 5 ໝື່ນປອນ ແລະ ຈະເພີ່ມອີກ 4.25 ລ້ານປອນ ຖ້າຜົນງານດີຕາມເງື່ອນໄຂ.
ແອນໂທນີ້ ເປັນນັກເຕະຈາກ ອາແຈັກ ຄົນທີສອງທີ່ ແມນຢູ ດຶງມາເສີມທັບໃນລະດູການນີ້ ຕໍ່ຈາກ ລີຊານໂດຣ ມາຣຕີເນັຊ ກອງຫລັງຊາວອາກຊັງຕິນ ເຊິ່ງເປັນສອງນັກເຕະທີ່ ເອຣິກ ເທັນຮ໊າກ ປຸກປັ້ນຈົນຟອມເດັ່ນສະໄໝຄຸມ ອາແຈັກ.
ແອນໂທນີ້ ຍ້າຍຈາກ ເຊົາເປົາໂລ ມາຢູ່ກັບ ອາແຈັກ ໃນປີ 2020 ລົງຫລິ້ນ 82 ນັດ ຍິງ 25 ປະຕູ ຊ່ວຍອາແຈັກໄດ້ແຊ້ມລີກສູງສຸດຂອງເນເທີແລນ (ໂຮນລັງ) ສອງລະດູການຫລັງສຸດ ແລະ ແຊ້ມ KNVB Cup ໜຶ່ງສະໄໝ. ໃນນາມທີມຊາດເບຣຊິນ ຕິດທີມຊຸດໃຫຍ່ໃນປີ 2021 ລົງຫລິ້ນ 9 ນັດ ຍິງ 2 ປະຕູ ແລະ ແອນໂທນີ້ ຢູ່ໃນຊຸດຊ່ວຍທີມເບຣຊິນ ໄດ້ຫລຽນຄຳ ໂອແລມປິກເກມ 2020.
Photo: Antony Santos