ຣຽວ ມາດຣິດ ບຸກເສຍໃຫ້ ບາເລກາໂນ້ 2-3 ປະລາໄຊນັດທຳອິດໃນລີກລະດູການນີ້

ການແຂ່ງຂັນເຕະບານ ລາລີກ້າ ແອັສປາຍ ລະດູການ 2022-23 ໃນຄືນວັນຈັນທີ 7 ພະຈິກຜ່ານມາ, ຣຽວ ມາດຣິດ ແຊ້ມເກົ່າ ບຸກເສຍໃຫ້ ຣາໂຢ້ ບາເລກາໂນ້ 2-3 ເຈົ້າບ້ານນຳກ່ອນພຽງ 5′ ນາທີທຳອິດຈາກ ຊານຕິ ໂຄເມຊານ້າ ແຕ່ທີມຢາມຍິງແຊງສອງປະຕູຈາກ ລູກ້າ ໂມດຣິກ ສັງຫານຈຸດໂທດ ນາທີ 37′ ແລະ ເອແດ ມີລີເຕົາ ນາທີ 41′ ຈາກນັ້ນ ເຈົ້າບ້ານ ຍິງແຊງກັບອີກສອງປະຕູຈາກ ອານວາໂຣ້ ກາເຊຍ ນາທີ 44′ ແລະ ອັອສກ້າ ເຕຣໂຢ້ ສັງຫານຈຸດໂທດ ນາທີ 67′.

ຣຽວ ມາດຣິດ ປະລາໄຊນັດທຳອິດໃນລີກລະດູການນີ້ ຫລົ່ນມາຢູ່ອັນດັບທີສອງ ມີ 32 ຄະແນນຈາກ 13 ນັດ ຕາມຫລັງ ບາຣເຊໂລນ້າ 2 ຄະແນນ, ຂະນະທີ່ ບາເລກາໂນ້ ມີ 21 ຄະແນນຈາກ 13 ນັດ ຢູ່ອັນດັບທີ 8. ນັດຕໍ່ໄປ ມາດຣິດ ຈະເປີດບ້ານດວນກັບ ຄາດິຊ ວັນທີ 11 ພະຈິກນີ້.

Photo: Real Madrid C.F, Rayo Vallecano

Leave a Reply

Your email address will not be published. Required fields are marked *