ມື້ສຸດທ້າຍຂອງບຸນທາດຫຼວງທຸກປີ ພວກເຮົາຈະເຫັນການແຂ່ງຂັນຕີຄີ ເປັນໜຶ່ງໃນກິດຈະກຳທີ່ສຳຄັນ ແລະ ຂາດບໍ່ໄດ້, ໂດຍສາມາດດຶງດູດມວນຊົນ ແລະ ສ້າງສີສັນບັນຍາກາດໃຫ້ງານມີຄວາມຟົດຟື້ນມ່ວນຊື່ນ ນອກຈາກນີ້ ຜົນຂອງການແຂ່ງຂັນ ຕາມຄວາມເຊື່ອທີ່ເລົ່າສືບຕໍ່ກັນມາ ເປັນການສ່ຽງທວາຍເຖິງຊາຕາຂອງບ້ານເມືອງ, ຫາກປີໃດ ຝ່າຍລັດຖະບານຊະນະ ປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ, ເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫລາຍ, ເກີດພະຍາດລະບາດ, ແຕ່ຖ້າປີໃດ ຝ່າຍປະຊາຊົນ ຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນເປັນສຸກ ບ້ານເມືອງສະຫງົບສຸກ.
ເຊິ່ງໃຫ້ກຽດເຂົ້າຮ່ວມຊົມ ແລະ ເປີດພິທີທາງການໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ, ອົງການຈັດຕັ້ງເມືອງ ແລະ ບ້ານ.
ການແຂ່ງຂັນຕີຄີປີນີ້ ເປັນອີກໜຶ່ງປີທີ່ມີຄວາມຄຶກຄື້ນເໝືອນກັບຜ່ານໆມາ, ມີມວນຊົນທຸກສາລະທິດ ລວມທັງນັກທ່ອງທ່ຽວຈາກຕ່າງປະເທດ ມາຮ່ວມຊົມການແຂ່ງຂັນ ພ້ອມກັນນີ້ ກໍມີການນໍາ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ເຂົ້າຮ່ວມຊົມຢ່າງມ່ວນຊື່ນ.
ສ່ວນຜົນການແຂ່ງຂັນຕີຄີປີນີ້ ປະກົດວ່າ: ຝ່າຍປະຊາຊົນ ເປັນຝ່າຍເອົາຊະນະ ຝ່າຍລັດຖະກອນ 5-4 ນັ້ນໝາຍວ່າ: ຕາມຄວາມເຊື່ອທີ່ເລົ່າຕໍ່ກັນມາ ປີນີ້ຝົນຟ້າຈະເປັນໃຈ ຜົນຜະລິດຈະໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນເປັນສຸກ ແລະ ບ້ານເມືອງສະຫງົບສຸກ.
ພາບ: ໜັງສືພິມລາວພັດທະນາ Laophattana News