ມາເບິ່ງ 8 ນັກເທັນນິສຊາຍ ຮ່ວມຊິງໄຊ ATP Finals 2022 ມີ 2 ນ້ອງໃໝ່, ສ່ວນ ອາວຄາຣັຊ ມື 1 ຂອງໂລກຖອນຕົວ!!

ການແຂ່ງຂັນເທັນນິສຊາຍ ATP Finals ປະຈຳປີ 2022 ທີ່ຄັດເອົາ 8 ນັກເທັນນິສຊາຍ ອັນດັບ 1 ໃນ 8 ຂອງໂລກ ມາພົບກັນ ສະເພາະປະເພດຊາຍດ່ຽວ 8 ນັກກິລາທີ່ໄດ້ສິດມາຮ່ວມຄັ້ງນີ້ ບໍ່ມີ ຄາຣລັອສ ອາວຄາຣັຊ ດາວເດັ່ນ ໄວ 19 ປີ ຈາກແອັສປາຍ ມື 1 ຂອງໂລກ ຍ້ອນມີອາການບາກເຈັບສ້ວງທ້ອງ ລະຫວ່າງການແຂ່ງຂັນລາຍການ ປາຣີ ມາສເຕີ ໃນອາທິດຜ່ານມາ ຂໍຖອນຕົວ ອົດເຂົ້າຮ່ວມລາຍການນີ້ເປັນຄັ້ງທຳອິດ ໂຍນໂຄຕ້ານີ້ໃຫ້ແກ່ ເທເລີ ຟຣິດ ມື 9 ຂອງໂລກຈາກອາເມຣິກາ ໄດ້ເຂົ້າຮ່ວມເປັນຄັ້ງທຳອິດ ເຊັ່ນດຽວກັບ ເຟຣິກ ອໍແກ ອາເລຍຊິມ ມື 6 ຂອງໂລກຈາກການາດ້າ.

ສ່ວນອີກ 6 ນັກກິລາປະກອບມີ: ຣາຟາເອວ ນາດາວ ມື 2 ຂອງໂລກ ຈາກແອັສປາຍ, ສະເຕຟານັອສ ຊິດຊີປັສ ມື 3 ຈາກເກຣັກ, ແຄັສເປີ ຣຸດ ມື 4 ຈາກນອກແວ, ດານິວ ແມັດເວເດັຟ ມື 5 ຈາກຣັດເຊຍ ແລະ ໂນວັກ ໂຢໂຄວິກ ອະດີດແຊ້ມ 5 ສະໄໝ ມື 6 ຈາກແຊັກບີ້. ຈະແບ່ງເປັນ 2 ກຸ່ມ, ກຸ່ມລະ 4 ຄົນ ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ຄົນສຸດທ້າຍຕໍ່ໄປ. ສ່ວນແຊ້ມເກົ່າ ອາເລັກຊານເດີ ຊະເວເຣັຟ ຈາກເຢຍລະມັນ ມີອາການບາດເຈັບມາຕັ້ງແຕ່ ແກຣນສະແລມ ເຟັນ ໂອເພັນ ບໍ່ໄດ້ແຂ່ງຫລາຍລາຍການ ອັນດັບໂລກຕົກໄປຢູ່ທີ 12.

Photo: Nitto ATP Finals

Leave a Reply

Your email address will not be published. Required fields are marked *