ແບັກໄນອາ ຄວາມຝັນເປັນຈິງ ຄວ້າແຊ້ມໂລກ MotoGP ຄັ້ງທຳອິດໃນຊີວິດ!

ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ນັກຂັບຊາວອີຕາລີ ໄວ 25 ປີ ຈາກຄ້າຍດູຄາຕິ ຄວາມຝັນເປັນຈິງແລ້ວ ເມື່ອສາມາດພິຊິດແຊ້ມໂລກ MotoGP ຕາມເປົ້າໝາຍ ຫລັງຈົບສະໜາມທີ 20 ສະໜາມສຸດທ້າຍ ຂອງປີ 2022 ລາຍການ Valencian Community Grand Prix ທີ່ສະໜາມ Circuit Ricardo Tormo, ປະເທດແອັສປາຍ ໃນທ້າຍອາທິດຜ່ານມາ ມີຄະແນນລວມສູງສຸດ 265 ຄະແນນ ເອົາຊະນະ ຟາບີໂອ ກົວຕາຣາໂຣ້ ແຊ້ມເກົ່າ ຊາວຝຣັ່ງ ຈາກຄ້າຍຢາມາຮ່າ 17 ຄະແນນ.

ສະໜາມສຸດທ້າຍ ແບັກໄນອາ ອອກໂຕເປັນຄົນທີ 8 ແຕ່ປະຄອງລົດຄູ່ໃຈ ເຂົ້າເສັ້ນໄຊເປັນຄົນທີ 9 ພຽງພໍຕໍ່ການເປັນແຊ້ມໂລກ ຕາມຫລັງທີໜຶ່ງ 14 ກວ່າວິນາທີ, ສ່ວນ ຟາບີໂອ ກົວຕາຣາໂຣ້ ຈົບອັນດັບທີ 4, ຂະນະທີ່ ແຊ້ມສະໜາມນີ້ເປັນຂອງ ອາເລັກ ຣິນ ຊາວແອັສປາຍ ຈາກຄ້າຍຊູຊູກິ 27 ຮອບ ເວລາ 41 ນາທີ 22.250 ວິນາທີ, ທີສອງ ເບຣດ ໄບເດີ ຊາວອາຟຣິກາໃຕ້ ຈາກຄ້າຍເຄທີເອັມ ຕາມຫລັງ 0.396 ວິນາທີ, ທາງດ້ານ ຈໍເກ້ ມາຣຕິນ ເຈົ້າຂອງຕຳແໜ່ງໂພໂປຊີຊັ່ນສະໜາມນີ້ ຈົບອັນດັບທີ 3.

ສະຫລຸບອັນດັບນັກຂັບ ຈົບ 20 ສະໜາມ ປີນີ້ ແຊ້ມແມ່ນ ຟຣານເຊັສໂກ້ ແບັກໄນອາ ເປັນນັກຂັບຊາວອີຕາລີຄົນທຳອິດໃນຮອບ 13 ປີ ໄດ້ແຊ້ມ MotoGP, ທີສອງ ຟາບີໂອ ກົວຕາຣາໂຣ້ແຊ້ມເກົ່າ, ທີສາມ ເອເນຍ ບັສເຕຍນີນີ້.

ສ່ວນທີມຜູ້ສ້າງ ທີມນຳ ດູຄາຕິ ມີ 448 ຄະແນນ ໄດ້ແຊ້ມ 3 ສະໄໝຕິດຕໍ່ກັນ, ທີສອງ ຢາມາຮ່າ ມີ 256 ຄະແນນ ແລະ ທີສາມ ອາພຣີເລຍ ມີ 248 ຄະແນນ.

Photo: MotoGP

Leave a Reply

Your email address will not be published. Required fields are marked *