ໂຮເກີ ຣຸນເນີ ສ້າງປະຫວັດສາດ ເປັນນັກເທັນນິສເດັນມາກຄົນທຳອິດໄດ້ແຊ້ມ Paris Masters

ໂຮເກີ ຣຸນເນີ ນັກເທັນນິສດາວເດັ່ນ ໄວ 19 ປີ ສ້າງປະຫວັດສາດເປັນນັກເທັນນິສເດັນມາກຄົນທຳອິດ ສາມາດພິຊິດແຊ້ມ ປາຣີ ມາສເຕີ (Paris Masters) ພາຍຫລັງຮອບຊິງປີນີ້ ພິກລັອກເອົາຊະນະ ໂນວັກ ໂຢໂຄວິກ ແຊ້ມເກົ່າ ອະດີດມື 1 ຂອງໂລກ ຈາກແຊັກບີ້ 2-1 ເຊັດ: 3-6, 6-3 ແລະ 7-5 ກາຍເປັນນັກເທັນນິສຄົນທຳອິດ ເອົາຊະນະ ມືວາງອັນດັບທັອບເທັນ 1 ໃນ 10 ຂອງໂລກ 5 ຄົນ ໃນລາຍການດຽວ ຄວ້າແຊ້ມເທັນນິສ ມາສເຕີ 1000 ລາຍການທຳອິດໃນອາຊີບ ພ້ອມເປັນແຊ້ມລາຍການນີ້ ອາຍຸນ້ອຍສຸດ ຕັ້ງແຕ່ ບໍຣິສ ເບັກເກີ ຕຳນານນັກເທັນນິສຊາວເຢຍລະມັນ ໃນປີ 1986.

ໂຮເກີ ຣຸນເນີ ຮັບເງິນລາງວັນ 836,000 ກວ່າເອີໂຣ ຫຍັບອັນດັບໂລກຂຶ້ນມາຢູ່ທີ 10 ຄັ້ງທຳອິດ, ສ່ວນຮອງແຊ້ມໄດ້ຮັບເງິນລາງວັນປະມານ 456,000 ກວ່າເອີໂຣ ແລະ ຫລ້າສຸດ ໂຮເກີ ຣຸນເນີ ໄດ້ຖອນຕົວບໍ່ເຂົ້າຮ່ວມລາຍການໃຫຍ່ທ້າຍປີ ສຳລັບນັກເທັນນິສດາວເດັ່ນອາຍຸບໍ່ເກີນ 21 ປີ ທີ່ຕິດອັນດັບຕົ້ນໆຂອງໂລກເຊັ່ນ: ລາຍການ Next Generation ATP Finals ທີ່ເມືອງມິລານ ປະເທດອີຕາລີ ໃນອາທິດນີ້ ເນື່ອງຈາກຮ່າງກາຍເມື່ອຍລ້າຈາກການແຂ່ງຂັນຫລາຍລາຍການຜ່ານມາ.

Photo: ATP

Leave a Reply

Your email address will not be published. Required fields are marked *