ການແຂ່ງຂັນສະນຸກເກີ ລະດັບໂລກ ລາຍການ Champion of Champions ຫລື ແຊ້ມປະທະແຊ້ມ ປະຈຳປີ 2022 ຄັດເອົາແຊ້ມແຕ່ລະລາຍການມາພົບກັນ ແຂ່ງຂັນຢູ່ສັງວຽນ Bolton Whites Hotel ເມືອງໂບຕັນ ປະເທດອັງກິດ ໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 6 ພະຈິກນີ້ ຊິງເງິນລາງວັນລວມ 440,000 ປອນ.
ການແຂ່ງຂັນຮອບຊິງຊະນະເລີດ ຣອນນີ້ ໂອຊຸນລີແວນ ແຊ້ມ 3 ສະໄໝ ມື 1 ຂອງໂລກ ຈາກອັງກິດເຈົ້າພາບ ເອົາຊະນະ ຈັດທຣຳ ແຊ້ມເກົ່າ ມື 3 ຂອງໂລກ ເພື່ອນຮ່ວມຊາດ 10-6 ເຟຣມ, ເຊັສຊັ່ນທຳອິດ ຣອນນີ້ ຂຶ້ນນຳ ຈັດທຣຳ 6-3 ເຟຣມ, ຈາກນັ້ນມາເຊັສຊັ່ນທີສອງ ຈັດທຣຳ ໄລ່ຕີສະເໝີ 6-6 ເຟຣມ, ແຕ່ 4 ເຟຣມສຸດທ້າຍ ຣອນນີ້ ເປັນຝ່າຍຊະນະຄືນ ແລະ ປິດເກມຊະນະ ຈັດທຣຳ 10-6 ເຟຣມ.
ຣອນນີ້ ໄດ້ແຊ້ມລາຍນີ້ສູງສຸດເປັນສະໄໝທີ 4 ຕໍ່ຈາກປີ 2013, 2014 ແລະ 2018 ຮັບຂັນແຊ້ມ ພ້ອມເງິນລາງວັນ 150,000 ປອນ, ຮອງແຊ້ມໄດ້ຮັບ 60,000 ປອນ. ລາຍການຕໍ່ໄປ ທັງສອງຈະເຂົ້າຮ່ວມລາຍການໃຫຍ່ UK Championship ທີ່ເມືອງຢ໊ອກ ປະເທດອັງກິດ ວັນທີ 12–20 ພະຈິກນີ້ ຊິງເງິນລາງວັນລວມ 1,205,000 ປອນ.
Photo: World Snooker Tour