ແຮຣີ້ ເຄນ ສູນໜ້າທີມຊາດອັງກິດຂອງສະໂມສອນ ທັອດແນ່ມ ຊ່ວຍຕົ້ນສັງກັດບຸກຊະນະ ນ້ອງໃໝ່ ນັອດຕິ້ງແຮມ ຟໍເຣັດ 2-0 ເກມພຣີເມ່ຍລີກ ນັດທີ 4 ລະດູການ 2022-23 ເມື່ອວັນທີ 28 ສິງຫາຜ່ານມາ ຍິງສອງປະຕູນາທີ 5′ ແລະ ນາທີ 81′ ແລະ ນັດນີ້ ເຄນ ຍິງຈຸດໂທດບໍ່ເຂົ້າໜຶ່ງຄັ້ງ ນາທີ 56′, ຢ່າງໃດກໍຕາມ ສອງປະຕູກໍພຽງພໍໃຫ້ ສະເປີ ເກັບ 3 ຄະແນນກັບບ້ານ ບວກເພີ່ມເປັນ 10 ຄະແນນ ຈາກ 4 ນັດ ຕາມຫລັງ ອາຣເຊນໍລ ທີມນຳ 2 ຄະແນນ.
ແຮຣີ້ ເພີ່ມສະຖິຕິຍິງປະຕູໃນ ພຣີເມ່ຍລີກ ຫລາຍສຸດອັນດັບ 3 ຮ່ວມກັບ ແອນດີ້ ໂຄລ ລວມ 187 ປະຕູ. ແຕ່ຍັງເປັນຮອງອັນດັບໜຶ່ງ ອາລັນ ເຊຍເລີ ທີ່ຍິງໄດ້ 260 ປະຕູ ແລະ ເວນ ຣູນີ້ ທີ່ຍິງໄດ້ 208 ປະຕູ. ນັດຕໍ່ໄປ ເຄນ ຈະພາສະເປີ ໄປຢາມ ເວັສແຮມ ໃນຄືນວັນທີ 31 ສິງຫານີ້ ເວລາ 1:45.
Photo: Tottenham Hotspur