ແກເຣັດ ເບວ ພາ Los Angeles FC ສ້າງປະຫວັດສາດຄວ້າແຊ້ມ MLS ອາເມຣິກາ ຄັ້ງທຳອິດ!

ແກເຣັດ ເບວ ປີກທີມຊາດເວວ ໄວ 33 ປີ ຍິງປະຕູນາທີ 128′ ພາຕົ້ນສັງກັດໃໝ່ ລັອສ ແອັງເຈລິສ (Los Angeles FC) ໄລ່ຕີສະເໝີ ຟີລາເດວເຟຍ ຢູນ້ຽນ (Philadelphia Union) ໄລຍະຕໍ່ເວລາພິເສດ 3-3 ແລະ ມາດວນຈຸດໂທດຊະນະ 3-0 ຊ່ວຍທີມສ້າງປະຫວັດສາດຄວ້າແຊ້ມ ເມເຈີ ລີກຊັອກເກີ (MLS) ລີກສູງສຸດຂອງ ສະຫະລັດ ອາເມຣິກາ ຄັ້ງທຳອິດ.

ຮອບຊິງ MLS Cup ປີ 2022 ເປັນຄູ່ຊິງໜ້າໃໝ່ ເຊິ່ງສູ້ກັນໄດ້ຢ່າງປະທັບໃຈແຟນບານ ໃນເວລາປົກກະຕິ 90′ ນາທີ ທັງສອງທີມສະເໝີກັນ 2-2 ລັອສ ແອັງເຈລິສ ນຳກ່ອນທັງສອງຄັ້ງ ແຕ່ການຕໍ່ເວລາພິເສດອີກ 30′ ນາທີ ຟີລາເດວເຟຍ ຢູນ້ຽນ ເປັນຝ່າຍພິກຂຶ້ນນຳ ນາທີ 120’+4′ ກ່ອນທີ່ ແກເຣັດ ເບວ ມາຊັດປະຕູຕີສະເໝີໄລຍະຕໍ່ເວລາທ້າຍເກມ ນາທີ 120’+8′ ຈົບເກມ ສະເໝີກັນ 3-3 ຕ້ອງມາດວນຈຸດໂທດຕັດສິນແຊ້ມ, ເຊິ່ງ ລັອສ ແອັງເຈລິສ ເປັນຝ່າຍຍິງກ່ອນ 4 ຍິງບໍ່ເຂົ້າໜຶ່ງຄົນ, ຂະນະທີ່ 3 ຄົນທຳອິດຂອງ ຟີລາເດວເຟຍ ຢູນ້ຽນ ຍິງບໍ່ເຂົ້າທັງສາມຄົນ ເຮັດໃຫ້ ລັອສ ແອັງເຈລິສ ຊະນະດວນຈຸດໂທດ 3-0 ຄວ້າແຊ້ມມາຄອງເປັນຄັ້ງທຳອິດ.

ລັອສ ແອັງເຈລິສ ຊຸດນີ້ ຄຸມທີມໂດຍ ສະຕິຟ ເຊຣຸນໂດໂລ້ ອະດີດແບັກຊ້າຍທີມຊາດອາເມຣິກາ, ນັກກິລານອກຈາກມີ ແກເຣັດ ເບວ ຍັງມີ ຄາຣລັອສ ເວລ້າ ອະດີດກອງໜ້າ ອາຣເຊນໍລ, ຄຣິສຕຽນ ເຕວໂຢ້ ອະດີດກອງໜ້າ ບາຣເຊໂລນ້າ ແລະ ຈໍໂຈ້ ຄິເອລີນີ້ ອະດີດກອງຫລັງທີມຊາດອີຕາລີ ແລະ ສະໂມສອນ ຢູເວັນຕຸສ.

Photo: Gareth Bale

Leave a Reply

Your email address will not be published. Required fields are marked *