PSG ບຸກຊະນະ ລໍຣີຢ໋ອງ ຫວຸດວິດ 2-1 ຍັງບໍ່ເສຍໃນລີກອ໋ອງ ລະດູການນີ້

ການແຂ່ງຂັນເຕະບານ ລີກອ໋ອງ ຝຣັ່ງ ລະດູການ 2022-23 ຄືນວັນທີ 6 ພະຈິກຜ່ານມາ, ປາຣີ ແຊງແຊກແມັງ (PSG) ບຸກຊະນະ ລໍຣີຢ໋ອງ ແບບຫວຸດວິດ 2-1 PSG ນຳກ່ອນພຽງ 9′ ນາທີ ຈາກ: ເນມາຣ ແຕ່ເຈົ້າບ້ານທວງຄືນນາທີ 53′ ຈາກ: ເຕເຣມັສ ມັອຟຟີ້, PSG ມາໄດ້ປະຕູໄຊທ້າຍເກມຈາກ: ດານີໂລ້ ເປເຣຣ້າ ນາທີ 81′.

+ PSG ຊະນະ 6 ນັດລວດ ແລະ ຍັງບໍ່ເສຍໃນລະດູການນີ້ ລວມທຸກລາຍການ ໃນນີ້ ຊະນະ 17 ສະເໝີ 4.

ຂະນະທີ່ ມາກເຊີຍ ຊະນະ ລີຢົງ 1-0, ລິນລ໌ ສະເໝີກັບ ແຣນສ໌ 1-1 ແລະ ໂມນາໂຄ ບຸກຊະນະ ຕູລຸສ 2-0. PSG ເປັນທີມນຳຕໍ່ໄປ ມີ 38 ຄະແນນຈາກ 14 ນັດ, ນຳ ລ໋ອງ ອັນດັບສອງ 5 ຄະແນນ, ແຣນສ໌ ມີ 28 ຄະແນນ, ມາກເຊີຍ, ໂມນາໂຄ ແລະ ລໍຣີຢ໋ອງ ມີ 27 ຄະແນນເທົ່ກັນ ແລະ ລີຢົງ ມີ 20 ຄະແນນ.

Photo: PSG

Leave a Reply

Your email address will not be published. Required fields are marked *