ຢູເວ່ ເປີດບ້ານເຊືອດ ອິນເຕີ 2-0 ແຊງຂຶ້ນທີ 5 ເຊຣີອາ ອີຕາລີ

ການແຂ່ງຂັນເຕະບານ ເຊຣີອາ ອີຕາລີ ລະດູການ 2022-23 ຄືນວັນທີ 6 ພະຈິກຜ່ານມາ, ທັບມ້າລາຍ ຢູເວັນຕຸສ ເປີດບ້ານປາບ ທັບງູໃຫຍ່ ອິນເຕີ ມິລານ 2-0 ຈາກປະຕູຂອງ ອາດ້ຽນ ຣາບີໂອ ນາທີ 52′ ແລະ ນິໂຄໂລ້ ຟາຈີໂອລີ້ ນາທີ 84′ ຢູເວ່ ຊະນະ ອິນເຕີ ນັດທຳອິດຈາກ 6 ນັດຫລັງສຸດທີ່ພົບກັນ.

ສ່ວນ ລາຊີໂອ້ ບຸກຊະນະ ໂຣມ້າ 1-0 ແລະ ວັນເສົາຜ່ານມາ ນາໂປລີ ບຸກຊະນະ ອັດຕາລັນຕ້າ 2-1, ເອຊີ ມິລານ ເປີດບ້ານຊະນະ ສະເປເຊຍ 2-1.

ນາໂປລີ ຂື້ນນຳຢ່າງໜຽວແໜ້ນ ມີ 35 ຄະແນນຈາກ 13 ນັດ ຍັງບໍ່ເສຍໃຫ້ທີມໃດໃນລີກລະດູການນີ້ ນຳອັນດັບສອງ ເອຊີ ມິລານ ແຊ້ມເກົ່າ 6 ຄະແນນ, ລາຊີໂອ້ ແລະ ອັດຕາລັນຕ້າ ມີ 27 ຄະແນນ, ຢູເວັນຕຸສ ກັບ ໂຣມ້າ ມີ 25 ຄະແນນ, ອິນເຕີ ມີ 24 ຄະແນນ.

Photo: Juventus

Leave a Reply

Your email address will not be published. Required fields are marked *