ອາຣເຊນໍລ ບຸກຊະນະ ເຊວຊີ 1-0 ແຊງ ເຊວຊີ ກັບເປັນທີມນຳ ພຣີເມ່ຍລີກ ອີກຄັ້ງ!

ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ລະດູການ 2022-23 ຄືນວັນທີ 6 ພະຈິກຜ່ານມາ, ທັບປືນໃຫຍ່ ອາຣເຊນໍລ ບຸກຊະນະ ສິງຟ້າ ເຊວຊີ 1-0 ຈາກປະຕູໂທນຂອງ ກາບ້ຽວ ມາກາວເຮັສ ນາທີ 63′ ເປັນປະຕູທີສອງຂອງກອງຫລັງຊາວເບຣຊິນໃນລີກລະດູການນີ້ ພາ ເດີກັນເນີ້ ບຸກຊະນະ ເຊວຊີ 3 ນັດຕິດຕໍ່ກັນ ໃນຮອບ 48 ປີ ຕໍ່ຈາກປີ 1974.

ຂະນະທີ່ ຫົງແດງ ລີເວີພູລ ບຸກຊະນະ ສະເປີ 2-1 ຫົງແດງ ໄດ້ສອງປະຕູໃນເຄິ່ງເວລາທຳອິດຈາກ ໂມຮາເໝັດ ຊາລ້າ ນາທີ 11′ ແລະ 40′ ເຄິ່ງຫລັງ ສະເປີ ແກ້ໄດ້ພຽງໜຶ່ງປະຕູຈາກ ແຮຣີ້ ເຄນ ນາທີ 70′.

+ ລີເວີພູລ ຊະນະເກມນອກບ້ານນັດທຳອິດໃນລີກລະດູການນີ້ ແລະ ຍັງບໍ່ເສຍໃຫ້ ສະເປີ ໃນ 11 ນັດຫລັງສຸດ ຊະນະ 8 ສະເໝີ 3.

ສ່ວນ ແມນເຊັສເຕີ ຢູໄນເຕັດ ບຸກໄປເສຍໃຫ້ ແອັສຕັນ ວິນລ້າ 1-3 ວິນລ້າ ໄດ້ຜູ້ຈັດການທີມໃໝ່ ອູໄນ ເອເມຣີ້ ອະດີດຜູ້ຈັດການທີມ ອາຣເຊນໍລ ເປີດໂຕນັດທຳອິດກັບທີມດ້ວຍຜົນງານດັ່ງຝັນ ນຳກ່ອນສອງປະຕູຈາກ ເລອອນ ໄບລີ້ ນາທີ 7′ ແລະ ລູກ້າ ດິນ ຊັດຟຣີຄິກ ຢ່າງງາມ ນາທີ 11′ ທ້າຍເຄິ່ງເວລາທີ່ໜຶ່ງ ແມນຢູ ທວງໄດ້ໜຶ່ງປະຕູຈາກການສະກັດບານເຂົ້າໂກນຕົນເອງຂອງ ຈາຄັອບ ແຣມຊີ້ ນາທີ 45′ ເຄິ່ງຫລັງ ວິນລ້າ ມາໄດ້ປະຕູປິດທ້າຍຈາກ ຈາຄັອບ ແຣມຊີ້ ນາທີ 49′ ຈົບເກມ ວິນລ້າ ຊະນະ ແມນຢູ 3-1.

ຄູ່ອື່ນທີ່ໜ້າສົນໃຈ: ນິວຄາສເຊິນ ຟອມດີຕໍ່ເນື່ອງ ບຸກຊະນະ ເຊົາແທ່ມຕັນ 4-1, ວັນເສົາຜ່ານມາ ແມນຊິຕີ້ ແຊ້ມເກົ່າ ເຫລືອຜູ້ຫລິ້ນ 10 ຄົນ ຕັ້ງແຕ່ ນາທີ 26′ ແຕ່ເປີດບ້ານເອົາຊະນະ ຟູແລ່ມ ຫວຸດວິດ 2-1

ຕາຕະລາງຄະແນນໃນປະຈຸບັນ: ອາຣເຊນໍລ ນຳຕໍ່ໄປ ມີ 34 ຄະແນນຈາກ 13 ນັດ ນຳ ແມນຊິຕີ້ ອັນດັບສອງ 2 ຄະແນນ, ນິວຄາສເຊິນ ຫຍັບມາຢູ່ທີ 3 ມີ 27 ຄະແນນຈາກ 14 ນັດ, ສະເປີ ຫລົ່ນມາຢູ່ອັນດັບ 4 ມີ 26 ຄະແນນຈາກ 14 ນັດ, ແມນຢູ ທີ 5 ມີ 23 ຄະແນນຈາກ 13 ນັດ, ເຊວຊີ ແລະ ໄບຣຕັ້ນ ມີ 21 ຄະແນນ, ລີເວີພູລ ມີ 19 ຄະແນນ ຢູ່ທີ 8.

Photo: Arsenal, Liverpool FC, Man UTD

Leave a Reply

Your email address will not be published. Required fields are marked *