ແຂວງຫລວງພຣະບາງ ຮອງແຊ້ມຄັ້ງຜ່ານມາ ຜ່ານ ແຂວງບໍ່ແກ້ວ 4-2 ເຂົ້າຮອບ 4 ທີມສຸດທ້າຍ ເຕະບານຊາຍ ຊິງແຊ້ມທົ່ວປະເທດລາວ ຫລື ບານເຕະແຫ່ງຊາດ ປະຈຳປີ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມທົ່ວປະເທດລາວ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຮອບ 8 ທີມສຸດທ້າຍ ໃນທ້າຍອາທິດຜ່ານມາ, ແຂວງຫລວງພຣະບາງ ຮອງແຊ້ມຄັ້ງຜ່ານມາ ຜ່ານ ແຂວງບໍ່ແກ້ວ 4-2 ເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ນະຄອນຫລວງວຽງຈັນ ທີ່ເອົາຊະນະ ແຂວງໄຊສົມບູນ 3-0.
ຂະນະທີ່ ແຂວງຊຽງຂວາງ ຜົນງານດີຕໍ່ເນື່ອງ ຊະນະ ແຂວງສະຫວັນນະເຂດ 2-0 ຮອບ 4 ທີມສຸດທ້າຍ ໄປພົບກັບ ແຂວງອັດຕະປື ທີ່ປາບ ແຂວງຄຳມ່ວນ 2-1.
ຮອບ 4 ທີມສຸດທ້າຍ ຈະແຂ່ງຂັນວັນທີ 9 ພະຈິກນີ້:
– ຄູ່ທີ 1 ແຂວງຊຽງຂວາງ ພົບກັບ ແຂວງອັດຕະປື ເວລາ 15:30 ທີ່ສະໜາມກິລາແຫ່ງຊາດ ຫລັກ 16.
– ຄູ່ທີ 2 ແຂວງຫລວງພຣະບາງ ພົບກັບ ນະຄອນຫລວງວຽງຈັນ ເວລາ 18:30 ທີ່ສະໜາມກິລາແຫ່ງຊາດ ຫລັກ 16.
Photo: LFF National Football Championship, MUE RUN

Leave a Reply

Your email address will not be published. Required fields are marked *