ລາວສະກາຍເວ ຊະນະ ກອງທັບ ແຊ້ມເກົ່າ! ຄວ້າແຊ້ມບານສົ່ງໃນຮົ່ມຊາຍ ທົ່ວປະເທດ ຊິງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ຄັ້ງທຳອິດ

ການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ທົ່ວປະເທດ ຊິງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ຄັ້ງທີ 4 ປະຈຳປີ 2022 ໄດ້ສຳເລັດການແຂ່ງຂັນຢ່າງຟົດຟື້ນມ່ວນຊື່ນ ໃນວັນທີ 4 ພະຈິກຜ່ານມາ ພາຍຫລັງດຳເນີນການແຂ່ງຂັນມາແຕ່ວັນທີ 29  ຕຸລານີ້ ເປັນເວລາໜຶ່ງອາທິດ ທີ່ເດີ່ນກິລາໃນຮົ່ມກອງທັບ ຫລັກ 5 ນະຄອນຫລວງວຽງຈັນ.

ຄັ້ງນີ້ ມີ 16 ທີມເຂົ້າຮ່ວມ, ທີມຍິງ 6 ທີມ ແລະ ທີມຊາຍ 10 ທີມ, ຄູ່ທີ່ໄດ້ຮັບຄວາມສົນໃຈສູງແມ່ນຮອບຊິງທີມຊາຍ ເປັນຄູ່ຊິງໜ້າເກົ່າ ລະຫວ່າງ ກະຊວງປ້ອງກັນປະເທດ ແຊ້ມເກົ່າ ພົບກັບ ລາວເດີນອາກາດ ຫລື ລາວສະກາຍເວ ຮອງແຊ້ມ, ປະກົດວ່າ: ລາວສະກາຍເວ ເປັນຝ່າຍເຮັດໄດ້ດີກວ່າ ທັງເກມບຸກ ແລະ ເກມປ້ອງກັນ ພິກລັອກເອົາຊະນະ ແຊ້ມເກົ່າ ກະຊວງປ້ອງກັນປະເທດ 3-0 ເຊັດ: 25-20, 25-16 ແລະ 25-23 ໂຄ່ນແຊ້ມເກົ່າ 3 ສະໄໝໄດ້ສຳເລັດ ແລະ ພິຊິດແຊ້ມລາຍການນີ້ ຄັ້ງທຳອິດ ຮັບຂັນແຊ້ມ ພ້ອມເງິນລາງວັນ 12 ລ້ານກີບ, ຮອງແຊ້ມ ໄດ້ຮັບເງິນລາງວັນ 9 ລ້ານກີບ.

ທີສາມ ໄດ້ແກ່ສະໂມສອນ ນະຄອນຫລວງວຽງຈັນ ຊະນະ ສະໂມສອນ ໂກລອັບ ວີຊີ້ 3-1 ເຊັດ ໄດ້ຮັບເງິນລາງວັນ 6 ລ້ານກີບ ແລະ ທີ 4 ໂກລອັບ ວີຊີ້ ຮັບເງິນລາງວັນ 4 ລ້ານກີບ.

ສ່ວນປະເພດທີມຍິງ ຊະນະເລີດໄດ້ແກ່ ແຊ້ມເກົ່າ ກະຊວງປ້ອງກັນປະເທດ ຮອບຊິງ ຊະນະ ກົມໃຫຍ່ການເມືອງກອງທັບ 3-0 ເຊັດ ປ້ອງກັນແຊ້ມອີກໜຶ່ງສະໄໝ ຮັບຂັນແຊ້ມ ແລະ ລາງວັນ 12 ລ້ານກີບ, ຮອງແຊ້ມ ໄດ້ຮັບເງິນລາງວັນ 9 ລ້ານກີບ, ທີສາມ ເປັນຂອງ ນະຄອນຫລວງວຽງຈັນ ຮັບເງິນລາງວັນ 6 ລ້ານກີບ ແລະ ທີ 4 ສະໂມສອນ ວຽງຈັນ ຮັບເງິນລາງວັນ 4 ລ້ານກີບ.

ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບລາງວັນໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ຄະນະວິທະຍາສາດການກິລາ-ກາຍະກຳ ມະຫາວິທະຍາໄລແຫ່ງຊາດ, ຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ຜູ້ໃຫ້ການສະໜັບສະໜູນ.

ການແຂ່ງຂັນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໄດ້ຮ່ວມກັນສ້າງຂະບວນການຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທັງເປັນການພັດທະນາບຸກຄະລາກອນ ໂດຍສະເພາະການສືບຕໍ່ສ້າງໂອກາດໃຫ້ນັກກິລາ ໄດ້ເຄື່ອນໄຫວແຂ່ງຂັນທົດສອບຄວາມສາມາດ, ພັດທະນາເຕັກນິກ ແລະ ທັກສະຕົນເອງ ເພື່ອກ້າວໄປເປັນນັກກິລາທີມຊາດໃນອະນາຄົດ, ພ້ອມດຽວກັນນີ້ ກໍເປັນການກຽມຄວາມພ້ອມຮອບດ້ານ ສູ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະເປັນເຈົ້າພາບ ໃນທ້າຍປີນີ້.

ການແຂ່ງຂັນຄັ້ງນີ້ ໄດ້ຮັບການອຸປະຖຳຫລັກໂດຍ ບໍລິສັດ ເບຍລາວ ຈຳກັດ ລວມ 231 ລ້ານກີບ ພ້ອມດ້ວຍຜູ້ຮ່ວມສະໜັບສະໜູນອີກຈຳນວນໜຶ່ງ.

Photo: Lao Volleyball Federation

Leave a Reply

Your email address will not be published. Required fields are marked *