ເບັນ ຊິວເວວ ແລະ ແວເນີ ອາດອົດຊ່ວຍທີມຊາດໃນ ບານໂລກ 2022 ຍ້ອນມີອາການບາດເຈັບ!

ເບັນ ຊິວເວວ ແບັກຊ້າຍທີມຊາດອັງກິດ ແລະ ສະໂມສອນ ເຊວຊີ ພ້ອມກັບ ຕີໂມ ແວເນີ ສູນໜ້າທີມຊາດເຢຍລະມັນຂອງສະໂມສອນ ອາຣແບ ໄລຊິກ ທີ່ຍືມມາຈາກ ເຊວຊີ ອາດອົດຊ່ວຍທີມຊາດໃນ ບານໂລກ 2022 ຍ້ອນມີອາການບາດເຈັບ.

ຊິວເວວ ເຈັບເອັນຫລັງຫົວເຂົ່າ ຈາກເກມ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ນັດສຸດທ້າຍ ລະດູການນີ້ ທີ່ຕົ້ນສັງກັດ ແຊງຊະນະ ດີນາໂມ ຊາເກັບ 2-1 ເມື່ອຄືນວັນທີ 2 ພະຈິກຜ່ານມາ ເຮັດໃຫ້ກອງຫລັງ ໄວ 25 ປີ ຕ້ອງພັກຮັກສາຕົວໄລຍະໜຶ່ງ ຊຶ່ງອາດສ່ຽງບໍ່ທັນຊ່ວຍທີມຊາດອັງກິດ ລຸຍ ບານໂລກ 2022 ທີ່ກາຕ້າ ທີ່ຈະເປີດສາກຂຶ້ນ ວັນທີ 20 ພະຈິກນີ້ ເຊິ່ງທີມຊາດອັງກິດ ຢູ່ກຸ່ມ B ຮ່ວມກັບ ທີມຊາດອີຣານ, ສະຫະລັດ ອາເມຣິກາ ແລະ ທີມຊາດເວວ ນັດທຳອິດ ຈະພົບກັບ ອີຣານ ວັນທີ 21 ພະຈິກນີ້.

ເບັນ ຊິວເວວ ຕິດທີມຊາດອັງກິດຊຸດໃຫຍ່ ມາແຕ່ປີ 2018 ລົງຫລິ້ນ 17 ນັດ ຍິງ 1 ປະຕູ ຊ່ວຍທີມໄດ້ອັນດັບສາມ ຢູຟ້າ ເນຊັ່ນລີກ ລະດູການ 2018–19 ແລະ ຮອງແຊ້ມ ຢູໂຣ 2020.

ຂະນະທີ່ ຕີໂມ ແວເນີ ສູນໜ້າທີມຊາດເຢຍລະມັນ ໄວ 26 ປີ ຂອງສະໂມສອນ ອາຣແບ ໄລຊິກ ທີ່ຍືມມາຈາກ ເຊວຊີ ກໍເຈັບຈາກເກມ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ນັດສຸດທ້າຍທີ່ ໄລຊິກ ບຸກຊະນະ ຊັກຕ້າ ໂດເນັດ 4-0 ເມື່ອຄືນວັນທີ 2 ພະຈິກຜ່ານມາ ໂດຍເຈັບຂໍ້ຕີນ ແລະ ຕ້ອງພັກຍາວເຖິງປີ 2023.

ແວເນີ ຕິດທີມຊາດເຢຍລະມັນຊຸດໃຫຍ່ ມາແຕ່ປີ 2017 ລົງຫລິ້ນ 55 ນັດ ຍິງ 24 ປະຕູ ຊ່ວຍທີມໄດ້ແຊ້ມ ຟີຟ້າ ຄອນເຟດເດີເຣເຊິນ ຄັບ ປີ 2017.

Leave a Reply

Your email address will not be published. Required fields are marked *