ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ຂຽນໜັງສືເຖິງ 32 ຊາດ ທີ່ຜ່ານການຄັດເລືອກເຂົ້າຮ່ວມ ບານໂລກ 2022 ຮອບສຸດທ້າຍ ທີ່ປະເທດກາຕ້າ ເປັນເຈົ້າພາບ ໂດຍຮຽກຮ້ອງໃຫ້ແຕ່ລະຊາດ ໃຫ້ເຈາະຈົງທີ່ການແຂ່ງຂັນ ບໍ່ຢາກໃຫ້ເອົາບັນຫາອື່ນໆມາສ້າງຄວາມຂັດແຍ່ງ ຫລື ຄວາມບໍ່ສະຫງົບໃນງານຄັ້ງນີ້.
ພາຍຫລັງທີ່ປະເທດກາຕ້າ ຖືກວິຈານຈາກສັງຄົມໃນເລື່ອງມະນຸດສະທຳ ເປັນຕົ້ນ ການປະຕິບັດຕໍ່ແຮງງານຂ້າມຊາດ, ການຈຳແນກເລື່ອງເພດທີສາມ ທີ່ກ່ຽວພັນເຖິງສິດທິມະນຸດ ເຊິ່ງມີຫລາຍປະເທດໃນເອີຣົບ ບໍ່ເຫັນດີໃນການປະຕິບັດຂອງກາຕ້າ ເປັນຕົ້ນ ອັງກິດ, ດານມາກ, ຝຣັ່ງ, ເຢຍລະມັນ, ສະວິສ, ນອກແວ ລວມທັງ ອົດສະຕຣາລີ ເຊິ່ງ ຟີຟ້າ ບໍ່ຢາກໃຫ້ເອົາບັນຫານີ້ ມາສ້າງຄວາມຂັດແຍ່ງໃນງານຄັ້ງນີ້.
ນອກຈາກນີ້ ບັນຫາຂໍ້ຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ລວມທັງ ກໍລະນີ ປະເທດອີຣານ ທີ່ມີຂ່າວວ່າ: ກີດກັ້ນເພດຍິງ ບໍ່ໃຫ້ເຂົ້າຊົມການແຂ່ງຂັນເຕະບານ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງບັນຫາເຫລົ່ານີ້ ຟີຟ້າ ບໍ່ຢາກໃຫ້ເອົາມາສ້າງຄວາມຂັດແຍ່ງ ຫລື ຄວາມບໍ່ສະຫງົບໃນງານຄັ້ງນີ້ ໂດຍສະເພາະການຈຳແນກເຊື້ອຊາດ, ຜິວພັນ, ສາສະໜາ.
ສຳລັບ ບານໂລກ 2022 ເປັນຄັ້ງທຳອິດທີ່ປະເທດກາຕ້າ ໄດ້ຮັບກຽດເປັນເຈົ້າພາບ ຈະແຂ່ງຂັນໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້.
Photo: FIFA World Cup