ກິດຈະກຳນີ້ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ສະໜາມກິລາເຈົ້າອານຸວົງ, ເຂົ້າຮ່ວມມີ ສະຫາຍ ບຸນທະວີ ສຸກດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ທະນາຄານແຫ່ງ ສປປ ລາວ, ສະຫາຍ ບົວໄລ ພານຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ຖວທ, ພ້ອມດ້ວຍຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມທັງສອງຝ່າຍເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ກິດຈະກຳເຕະບານມິດຕະພາບຄັ້ງນີ້ ເປັນຂີດໝາຍສຳຄັນ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງ, ເສີມຂະຫຍາຍການພົວພັນຮ່ວມມື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນດ້ານວຽກງານວິຊາສະເພາະ ລະຫວ່າງ ຄະນະຊາວໜຸ່ມຂອງສອງພາກສ່ວນ ໃນການເປັນຊາວໜຸ່ມແຮກສ່ຽວ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຮ່ວມມືກັນຕະຫລອດໄປ.
ວິດີໂອຂ່າວ ຕາມລິ້ງລຸ່ມນີ້: