ອັດຕະປື ສະເໝີກັບ ໄຊສົມບູນ 1-1 ກອດຄໍກັນເຂົ້າຮອບ 8 ທີມ ບານເຕະແຫ່ງຊາດ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມປະເທດລາວ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຮອບແບ່ງສາຍ ນັດທີ 3 ຂອງສາຍ ງ ວັນທີ 3 ພະຈິກຜ່ານມາ, ແຂວງອັດຕະປື ສະເໝີກັບ ແຂວງໄຊສົມບູນ 1-1 ອັດຕະປື ນຳກ່ອນຈາກ: ເລັກໂຕຊາ ທອງສະຫວັດ ນາທີ 10′, ສະຫວັນນະເຂດ ຕີສະເໝີທ້າຍເກມຈາກ: ກົງຢ່າງ ໄຟດ່າຢ່າງຈົງຕົວ ນາທີ 62′.

ກຸ່ມນີ້ ມີ 3 ທີມ ຈົບການແຂ່ງຂັນ 2 ນັດ: ໄຊສົມບູນ ເປັນທີໜຶ່ງຂອງກຸ່ມ ມີ 4 ຄະແນນ, ອັດຕະປື ທີສອງ ມີ 2 ຄະແນນ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ຂະນະທີ່ ໄຊຍະບູລີ ມີ 1 ຄະແນນ ຕົກຮອບ.

ຮອບ 8 ທີມສຸດທ້າຍ ຈະແຂ່ງຂັນວັນທີ 6 ພະຈິກນີ້: ແຂວງຊຽງຂວາງ ພົບກັບ ແຂວງສະຫວັນນະເຂດ ແຂ່ງທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ເວລາ 15:30, ແຂວງຄຳມ່ວນ ພົບ ແຂວງອັດຕະປື ແຂ່ງທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມນອກ ເວລາ 15:30.

ແຂວງໄຊສົມບູນ ພົບ ນະຄອນຫລວງວຽງຈັນ ແຂ່ງທີ່ສະໜາມກິລາກອງທັບ ຫລັກ 5 ເວລາ 15:30 ແລະ ແຂວງຫລວງພະບາງ ພົບ ແຂວງບໍ່ແກ້ວ ແຂ່ງທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ເວລາ 18:30.

Photo: LFF National Football Championship

Leave a Reply

Your email address will not be published. Required fields are marked *