ການແຂ່ງຂັນເຕະບານຊາຍ ຊິງແຊ້ມປະເທດລາວ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຮອບແບ່ງສາຍ ນັດທີ 3 ຂອງສາຍ ຄ ວັນທີ 3 ພະຈິກຜ່ານມາ, ແຂວງຈຳປາສັກ ແຊ້ມເກົ່າ ສະເໝີກັບ ແຂວງສະຫວັນນະເຂດ 1-1 ຈຳປາສັກ ນຳກ່ອນ ຈາກ: ສົມລັກ ໄຊຍະຈັກ ນາທີ 13′, ສະຫວັນນະເຂດ ຕີສະເໝີທ້າຍເກມຈາກ: ອານຸສັກ ຈູມມະນີວົງ ນາທີ 87′ ຂະນະທີ່ ແຂວງຫລວງພະບາງ ຮອງແຊ້ມ ຄັ້ງຜ່ານມາ ເສຍໃຫ້ ແຂວງຫົວພັນ 2-5.
ຈົບ 3 ນັດ, ກຸ່ມນີ້ ຫລວງພະບາງ ເປັນທີໜຶ່ງຂອງກຸ່ມ ມີ 6 ຄະແນນ, ສະຫວັນນະເຂດ ແລະ ຫົວພັນ ມີ 4 ຄະແນນເທົ່າກັນ ແຕ່ສະຖິຕິຂອງ ສະຫວັນນະເຂດ ດີກວ່າ ຫົວພັນ, ສະຫວັນນະເຂດ ໄດ້ທີສອງຂອງກຸ່ມ ເຂົ້າຮອບ 8 ທີມສຸດທ້າຍຕາມຫລັງ ແຂວງຫລວງພະບາງ, ສ່ວນ ຈຳປາສັກ ແຊ້ມເກົ່າ ມີ 2 ຄະແນນຈາກ 3 ນັດ ຕົກຮອບ.
Photo: LFF National Football Championship