ມາເບິ່ງ 8 ທີມ ທີ່ເຂົ້າຮອບ 16 ທີມສຸດທ້າຍ ຢູຟ້າ ຢູໂຣປ້າ ຄອນເຟີເຣນລີກ 2022-23

8 ທີມ ທີ່ເປັນອັນດັບໜຶ່ງຂອງ 8 ກຸ່ມ ເຕະບານ ຢູຟ້າ ຢູໂຣປ້າ ຄອນເຟີເຣນລີກ 2022-23 ໄດ້ເຂົ້າຮອບ 16 ທີມສຸດທ້າຍ ປະກອບມີ: ອິສຕັນບູລ ບາຊັກຊີເຮຍ ຈາກຕູຣາເຄຍ, ເວັສແຮມ ຈາກອັງກິດ, ບີຢາຣຽວ ຈາກແອັສປາຍ, ນິຊ ຈາກຝຣັ່ງ, ເອແຊັດ ອັກມ້າ ຈາກໂຮນລັງ, ດູກາເດັນ ຈາກສະວີເດັນ (ຊູແອັດ), ຊີວັສສະປໍ ຈາກຕູຣາເຄຍ ແລະ ສະໂລວານ ບາຕິສລາວ້າ ຈາກສະໂລວັກ.

ສ່ວນ 8 ທີມ ທີ່ເປັນອັນດັບສອງຂອງ 8 ກຸ່ມ ໄດ້ໄປຮອບເພອັອຟ ເພື່ອລຸ້ນເຂົ້າຮອບ 16 ທີມ ປະກອບມີ: ຟິອໍເຣນຕິນ້າ ຈາກອີຕາລີ, ອັນເດີເລດ ຈາກແບນຊິກ, ເລັກ ພັອສນານ ຈາກໂປໂລຍ, ປາຣຕີຊານ ຈາກແຊັກບີ້, ດີນີໂປຣ-ວັນ ຈາກອູແກຣນ, ເກັນ ຈາກແບນຊິກ, ຊີເອຟອາຣ ຄູລ ຈາກຣູມານີ້ ແລະ ບາເຊິນ ຈາກສະວິດເຊີແລນ.

ຂະນະທີ່ ອີກ 8 ທີມ ທີ່ເປັນອັນດັບສາມຂອງ 8 ກຸ່ມ ໃນຢູໂຣປ້າລີກ ທີ່ໄດ້ໄປຮອບເພອັອຟ ເພື່ອລຸ້ນເຂົ້າຮອບ 16 ທີມ ປະກອບມີ: ໂບໂດ້ກິມ ຈາກນອກແວ, ເອອີເຄ ລາຣນາກ້າ ຈາກໄຊປຣັສ, ລູໂດໂກເຣັດ ຈາກບຸນກາຣີ, ສະປອດຕິ້ງ ບຣາກ້າ ຈາກປັອກຕຸຍການ, ເຊຣິຟ ຈາກມອນໂດວ້າ, ລາຊີໂອ້ ຈາກອີຕາລີ, ກາຣາບັກ ຈາກອາເຊີໄບຈັນ ແລະ ແທັບຊອນສະປໍຣ ຈາກຕູຣາເຄຍ. ຈະຈັບສະຫລາກຮອບເພອັອຟ ວັນທີ 7 ພະຈິກນີ້.

Photo: UEFA Europa League

Leave a Reply

Your email address will not be published. Required fields are marked *