ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າລີກ ລະດູການ 2022-23 ຮອບແບ່ງກຸ່ມ ນັດສຸດທ້າຍ ເມື່ອຄືນວັນທີ 3 ພະຈິກຜ່ານມາ, ກຸ່ມ E ແມນເຊັສເຕີ ຢູໄນເຕັດ ບຸກໄປຊະນະ ຣຽວ ໂຊເຊຍແດັດ 1-0 ຈາກ: ອາເລຮັນໂດ ຄາມາໂຊ້ ປີກໄວ 18 ປີ ຊາວອາກຊັງຕິນ ນາທີ 17′ ແຕ່ບໍ່ພຽງພໍເປັນທີໜຶ່ງຂອງກຸ່ມ ມີ 15 ຄະແນນເທົ່າກັນຈາກ 6 ນັດ ສະຖິຕິການພົບກັນເທົ່າກັນ ແຕ່ປະຕູໄດ້ເສຍ ແມນຢູ ໜ້ອຍກວ່າ ຣຽວ ໂຊເຊຍແດັດ 1 ໜ່ວຍ ໄດ້ທີສອງຂອງກຸ່ມ ຕ້ອງໄປແຂ່ງຂັນຮອບເພອັອຟ ເພື່ອລຸ້ນເຂົ້າຮອບ 16 ທີມ.
ສ່ວນ ເຊຣິຟ ມີ 6 ຄະແນນ ໄດ້ທີ 3 ຂອງກຸ່ມ ໄດ້ໄປຫລິ້ນ ຢູຟ້າ ຢູໂຣປ້າ ຄອນເຟີເຣນລີກ ຮອບເພອັອຟ, ຂະນະທີ່ ໂອໂມເນຍ ນິໂຄເຊຍ ບໍ່ມີຄະແນນ ຕົກຮອບ.
ກຸ່ມ A ອາຣເຊນໍລ ເປີດບ້ານຊະນະ ຊູຣິກ 1-0 ໄດ້ປະຕູໄຊຈາກ ຄີເຣນ ເທ່ຍນີ້ ນາທີ 17′ ສ່ວນ ພີເອັສວີ ໄອໂຮເຟັນ ບຸກຊະນະ ໂບໂດ້ກິມ 2-1 ເດີ ກັນເນີ້ ເປັນທີໜຶ່ງຂອງກຸ່ມ ມີ 15 ຄະແນນຈາກ 6 ນັດ ເຂົ້າຮອບ 16 ທີມສຸດທ້າຍ, ພີເອັສວີ ມີ 13 ຄະແນນ ຈົບອັນດັບທີສອງ ໄປແຂ່ງຂັນຮອບເພອັອຟ, ໂບໂດ້ກິມ ມີ 4 ຄະແນນ ໄດ້ທີສາມຂອງກຸ່ມ ໄດ້ໄປຫລິ້ນ ຄອນເຟີເຣນລີກ ຮອບເພອັອຟ ແລະ ຊູຣິກ ມີ 3 ຄະແນນ ຈົບອັນດັບສຸດທ້າຍ ຕົກຮອບ.
ສະຫລຸບ 8 ທີມ ທີ່ເປັນທີໜຶ່ງຂອງກຸ່ມ A-H ປະກອບມີ: ອາຣເຊນໍລ ຈາກອັງກິດ, ເຟເນບາຣເຊ້ ຈາກຕູຣາເຄຍ, ຣຽວ ເບຕິສ ຈາກແອັສປາຍ, ຢູນ້ຽນ ເຊັນ ຈິວລອຍເຊ້ ຈາກແບນຊິກ, ຣຽວ ໂຊເຊຍແດັດ ຈາກແອັສປາຍ, ເຟເຢນຣູດ ຈາກໂຮນລັງ, ໄຟຣບວກ ຈາກເຢຍລະມັນ ແລະ ເຟເຣນວາຣັອສ ຈາກຮົງກາຣີ.
ສ່ວນ 8 ທີມທີ່ເປັນອັນດັບສອງຂອງກຸ່ມ ປະກອບມີ: ພີເອັສວີ ໄອໂຮເຟັນ ຈາກໂຮນລັງ, ແຣນສ໌ຈາກຝຣັ່ງ, ໂຣມ້າ ຈາກອີຕາລີ, ຢູນຽນ ເບີລິນ ຈາກເຢຍລະມັນ, ແມນເຊັສເຕີ ຢູໄນເຕັດ ຈາກອັງກິດ, ມິດຈິວແລ້ນ ຈາກດານມາກ, ນ໊ອງ ແລະ ໂມນາໂຄ ສອງທີມຈາກຝຣັ່ງ. ບັນດາທີມທີ່ຈົບອັນດັບສອງຂອງກຸ່ມ ຈະພໍ້ກັບ 8 ທີມ ທີ່ຈົບອັນດັບ 3 ຂອງກຸ່ມໃນ ຢູຟ້າ ແຊ້ມປ້ຽນລີກ ໃນຮອບເພອັອຟ ເພື່ອຊິງໄປຮອບ 16 ທີມ ຊຶ່ງ 8 ທີມ ທີ່ຈົບອັນດັບ 3 ຂອງກຸ່ມໃນ ຢູຟ້າ ແຊ້ມປ້ຽນລີກ ປະກອບມີ: ອາແຈັກ ຈາກໂຮນລັງ, ໄບເອີ ເລເວີຄູເຊັນ ຈາກເຢຍລະມັນ, ບາຣເຊໂລນ້າ ຈາກແອັສປາຍ, ສະປອດຕິ້ງ ລິສບ້ອນ ຈາກປັອກຕຸຍການ, ເຣດບູລ ເຊົາບວກ ຈາກໂອຕຣິດ, ຊັກຕ້າ ໂດເນັດ ຈາກອູແກຣນ, ເຊບີຢ້າ ຈາກແອັສປາຍ ແລະ ຢູເວັນຕຸສ ຈາກອີຕາລີ. ການຈັບສະຫລາກຮອບເພອັອຟ ຈະມີຂຶ້ນໃນວັນທີ 7 ພະຈິກນີ້.
Photo: UEFA Europa League