ສປປ ລາວ ຮັບກຽດເປັນເຈົ້າພາບ ເຕະບານຍິງ U20 ຊິງແຊ້ມອາຊີ 2024 ຮອບຄັດເລືອກ ກຸ່ມ A

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ກຸ່ມ A ເຊິ່ງປະກອບມີ: ສປ ຈີນ, ຟີລິບປິນ, ຮົງກົງ ແລະ ທີມຊາດລາວ ເຈົ້າພາບ.

ນີ້ເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຮອບຄັດເລືອກລາຍການນີ້ ແລະ ເປັນຄັ້ງທີສອງທີ່ເຕະບານຍິງ U20 ປີ ທີມຊາດລາວ ເຂົ້າຮ່ວມຄັດເລືອກລາຍການນີ້ ຕໍ່ຈາກປີ 2019 ໂດຍຈະແຂ່ງຂັນໃນວັນທີ 8-12 ມີນາ 2023.

ສ່ວນກຸ່ມ B ປະກອບມີ: ເນປານ, ສະຫະລັດ ອາຣັບ ເອມີເຣດ, ເກາະ ນັອດເທິນ ມາເຣຍນ້າ ແລະ ປາເລັສຕິນ ເຈົ້າພາບ, ກຸ່ມ C: ອົດສະຕຣາລີ, ເກາະກວມ, ອີຣັກ ແລະ ກີກິດສະຖານ ເຈົ້າພາບ, ກຸ່ມ D: ເລບານອນ (ລີບັງ), ມົງໂກລີ, ພູຖານ ແລະ ຈໍແດນ (ຊັອກດານີ້), ກຸ່ມ E: ໄຕ້ຫວັນ, ທາຈີກິສຖານ ແລະ ໄທ ເຈົ້າພາບ, ກຸ່ມ F: ອິນເດຍ, ສິງກະໂປ, ອິນໂດເນເຊຍ ແລະ ຫວຽດນາມ ເຈົ້າພາບ, ກຸ່ມ G: ມຽນມາ, ມາເລເຊຍ, ປາກິສຖານ ແລະ ກຳປູເຈຍ ເຈົ້າພາບ, ກຸ່ມ H: ອີຣານ, ເຕີກມີນິສຖານ ແລະ ບັງກະລາເທດ ເຈົ້າພາບ.

ການຄັດເລືອກຄັ້ງນີ້ ມີ 30 ທີມເຂົ້າຮ່ວມ ເຊິ່ງການຄັດເລືອກຮອບທີໜຶ່ງ ແບ່ງເປັນ 8 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ເຂົ້າຮອບຄັດເລືອກຮອບທີ 2 ຕໍ່ໄປ, ຮອບຄັດເລືອກຮອບທີ 2 ມີ 8 ທີມ ແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 4 ທີມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງກຸ່ມ ເຂົ້າຮອບສຸດທ້າຍທີ່ປະເທດອຸສເບກິສຖານ ຮ່ວມກັບ 4 ທີມ ທີ່ໄດ້ສິດທິພິເສດຄື: ເຈົ້າພາບ ອຸສເບກິສຖານ ແລະ ທີ 1-3 ຄັ້ງຜ່ານມາເຊັ່ນ: ຍີ່ປຸ່ນ, ສປປ ເກົາຫລີ ແລະ ສາທາລະນະລັດເກົາຫລີ.

Photo: AFC

Leave a Reply

Your email address will not be published. Required fields are marked *