ເບັນເຊມ້າ ເໝົາ 2 ປະຕູ ຊ່ວຍ ມາດຣິດ ບຸກຊະນະ ເອັສປັນຢໍລ 3-1 ລາລີກ້າ 2022-23 ນັດທີ 3

ການແຂ່ງຂັນເຕະບານ ລາລີກ້າ ລະດູການໃໝ່ 2022-23 ນັດທີ 3 ຄືນວັນທີ 28 ສິງຫາຜ່ານມາ, ຣາຊາຊຸດຂາວ ຣຽວ ມາດຣິດ ແຊ້ມເກົ່າ ບຸກຊະນະ ເອັສປັນຢໍລ 3-1 ມາດຣິດ ນຳກ່ອນຈາກ ວີນີຊີອຸສ ຈູເນ່ຍ ນາທີ 12′ ແຕ່ທ້າຍເຄິ່ງເວລາທີໜຶ່ງ ເຈົ້າບ້ານໄລ່ຕີສະເໝີຈາກ ໂຈເຊລູ ນາທີ 43′ ມາເຄິ່ງເວລາທີສອງສູ້ກັນກັນໄດ້ຢ່າງສົມສັກສີ ແຕ່ແຊ້ມເກົ່າ ມາໄດ້ປະຕູທ້າຍເກມຈາກ ຄາຣິມ ເບັນເຊມ້າ ເຈົ້າຂອງລາງວັນນັກເຕະດີເດັ່ນຂອງເອີຣົບລະດູການຜ່ານມາ ນາທີ 88′ ແລະ ຍິງສົ່ງທ້າຍອີກໜຶ່ງປະຕູໄລຍະຕໍ່ເວລາບາດເຈັບ ນາທີ 90+10′ ແລະ ເບັນຈາແມັງ ເລຄອມເຕ້ ຜູ້ຮັກສາປະຕູຊາວຝຣັ່ງຂອງເຈົ້າບ້ານໄດ້ບັດແດງ ຍ້ອນສະກັດ ດານີ ເຊບາຢັອສ ກອງກາງຂອງມາດຣິດ ຈົບເກມ ຣຽວ ມາດຣິດ ແຊ້ມເກົ່າ ບຸກຊະນະ ເອັສປັນຢໍລ ສຸດມັນ 3-1 ເກັບໄຊຊະນະ 3 ນັດລວດ.

ນັດຕໍ່ໄປ ຣຽວ ມາດຣິດ ຈະເປີດບ້ານພົບກັບ ຣຽວ ເບຕິສ ທີມທີ່ຊະນະ 3 ນັດລວດເໝືອນກັນ ໃນວັນທີ 3 ກັນຍາທີ່ຈະມາເຖິງນີ້ ເວລາ 21:15.

Photo: Real Madrid C.F, LaLiga

Leave a Reply

Your email address will not be published. Required fields are marked *