ການແຂ່ງຂັນບານເຕະ U15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ, ຮອບ 4 ທີມສຸດທ້າຍ ໃນວັນທີ 28 ສິງຫາ 2022, ເອສຣາ ແຊ້ມເກົ່າ ເສຍໃຫ້ ຈຳປາສັກ 4-5, ຫຼັງຈາກໃນຮອບທຳອິດ ເສຍໃຫ້ ເອສຣາ ມາກ່ອນ 0-1, ຈຳປາສັກ ຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ຫຼວງພະບາງ ທີ່ເອົາຊະນະ ຊ້າງນ້ອຍ 2-0, ເຊິ່ງຮອບທຳອິດຄູນີ້ ຈຳປາສັກ ສະເໝີກັບ ຫຼວງພະບາງ 2-2, ນັດຊິງຊະນະເລີດ ຈະແຂ່ງຂັນໃນວັນທີ 30 ສິງຫານີ້ ເວລາ 18:00 ໂມງ, ສ່ວນຄູ່ຊິງອັນດັບ 3 ເອສຣາ ພົບກັບ ຊ້າງນ້ອຍ ແຂ່ງໃນມື້ດຽວກັນ ເວລາ 15:00 ໂມງ ທັງສອງຄູ່ແຂ່ງຢູ່ສະໜາມ 2 ສະຫະພັນບານເຕະປຫ່ງຊາດລາວ, ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ການແຂ່ງຂັນບານເຕະ U15 ແມ່ນເອົາທີມອະຄາເດມີ່ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ເປບຊີ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ ໂດຍເອົາທີມທີ່ມີຄະແນນດີສຸດອັນດັບ 1-4 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15.000.000 ກີບ, ທີມຮອງແຊ້ມຮັບເງິນ 8.000.000 ກີບ ແລະ ອັນດັບ 3 ຮັບເງິນລາງວັນ 5.000.000 ກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.
Photo: LFF U-15 Championship