ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການນີ້ 2022-23 ໄດ້ສຳເລັດຮອບແບ່ງກຸ່ມໃນວັນທີ 1 ແລະ ວັນທີ 2 ພະຈິກຜ່ານມາ, ໄດ້ 16 ທີມສຸດທ້າຍ ທີ່ເປັນອັນດັບ 1 ແລະ ອັນດັບ 2 ຂອງກຸ່ມ, ນຳໂດຍ 4 ທີມຈາກອັງກິດ ແລະ 4 ທີມຈາກເຢຍລະມັນ:
ກຸ່ມ A ທີ 1 ນາໂປລີ, ທີ 2 ລີເວີພູລ ຮອງແຊ້ມລະດູການຜ່ານມາ
ກຸ່ມ B ທີ 1 ປໍຣໂຕ້, ທີ 2 ຄລັບ ບຣູດຈ໌
ກຸ່ມ C ທີ 1 ບາເຢິນ ມິວນິກ, ທີ 2 ອິນເຕີ ມິລານ
ກຸ່ມ D ທີ 1 ສະເປີ, ທີ 2 ໄອແທັກ ແຟັງເຟີດ
ກຸ່ມ E ທີ 1 ເຊວຊີ, ທີ 2 ເອຊີ ມິລານ
ກຸ່ມ F ທີ 1 ຣຽວ ມາດຣິດ ແຊ້ມເກົ່າ, ທີ 2 ອາຣແບ ໄລຊິກ
ກຸ່ມ G ທີ 1 ແມນເຊັສເຕີ ຊິຕີ້, ທີ 2 ໂບຣຸສເຊຍ ດັອດມຸນ
ກຸ່ມ H ທີ 1 ເບັນຟີກ້າ, ທີ 2 ປາຣີ ແຊັງແຊກແມັງ
ສຳລັບ ການຈັບສະຫລາກ ຮອບ 16 ທີມສຸດທ້າຍ ທີ 1 ຂອງແຕ່ລະກຸ່ມຈະບໍ່ພົບກັນ, ສ່ວນທີ 2 ຂອງແຕ່ລະກຸ່ມກໍຈະບໍ່ພົບກັນ ແລະ ທີມຈາກຊາດດຽວກັນ ກໍຈະບໍ່ໃຫ້ພົບກັນ ສ່ວນທີມທີ່ເປັນທີ 1 ແລະ ທີ 2 ໃນກຸ່ມດຽວກັນກໍຈະບໍ່ພົບກັບກັນ, ຈະຈັບສະຫລາກໃນວັນທີ 7 ພະຈິກນີ້. ແລະ ຈະແຂ່ງຂັນ ຮອບ 16 ທີມ ນັດທີ 1 ວັນທີ 14, 15, 21 ແລະ 22 ກຸມພາ ປີ 2023 ສ່ວນນັດທີ 2 ຈະແຂ່ງຂັນວັນທີ 7, 8, 14 ແລະ 15 ມີນາ ປີ 2023.
Photo: UEFA Champions League