ຈັດທຣຳ ແຊ້ມເກົ່າ ປາບ ມາກ ອາວເລນ 6-1 ເຟຣມ ເຂົ້າຮອບ 4 ຄົນສຸດທ້າຍ ສະນຸກເກີ Champion of Champions 2022

ການແຂ່ງຂັນສະນຸກເກີ ລະດັບໂລກ ລາຍການ Champion of Champions ຫລື ແຊ້ມປະທະແຊ້ມ ປະຈຳປີ 2022 ຄັດເອົາແຊ້ມແຕ່ລະລາຍການມາພົບກັນ ແຂ່ງຂັນຢູ່ສັງວຽນ Bolton Whites Hotel ເມືອງໂບຕັນ ປະເທດອັງກິດ ໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 6 ພະຈິກນີ້ ຊິງເງິນລາງວັນລວມ 440,000 ປອນ.

ການແຂ່ງຂັນຮອບ 8 ຄົນສຸດທ້າຍ ຈັດທຣຳ ແຊ້ມເກົ່າ ມື 3 ຂອງໂລກ ຈາກເຈົ້າພາບອັງກິດ ເອົາຊະນະ ມາກ ອາວເລນ ອະດີດແຊ້ມ ປີ 2020 ມື 9 ຂອງໂລກ ຈາກໄອແລນເໜືອ 6-1 ເຟຣມ ເຂົ້າຮອບ 4 ຄົນສຸດທ້າຍ ໄປພົບກັບ ມາກ ເຊວບີ້ ມື 4 ຂອງໂລກເພື່ອນຮ່ວມຊາດ ທີ່ເອົາຊະນະ ຈອນ ຮິກກິ້ນ ມື 5 ຂອງໂລກ ອະດີດແຊ້ມ ປີ 2016  ຮອງແຊ້ມປີຜ່ານມາ 6-4 ເຟຣມ.

ແຊ້ມລາຍການນີ້ ຈະໄດ້ຮັບເງິນລາງວັນ 150,000 ປອນ, ຮອງແຊ້ມ 60,000 ປອນ, ເຂົ້າຮອບ 4 ຄົນສຸດທ້າຍ ຈະໄດ້ຮັບ 30,000 ປອນ.

Photo: World Snooker Tour

Leave a Reply

Your email address will not be published. Required fields are marked *