ຊອນເຮືອງມິນ ສູນໜ້າທັບໂສມຂາວ ທີມຊາດສາທາລະນະລັດເກົາຫລີ (ເກົາຫລີໃຕ້) ອາດອົດຊ່ວຍຊາດບ້ານເກີດໃນ ບານໂລກ 2022 ທີ່ກາຕ້າ ຈະເປີດສາກວັນທີ 20 ພະຈິກນີ້ ຍ້ອນໄດ້ຮັບອາການບາດເຈັບບໍລິເວນຕາຊ້າຍ ຈາກເກມ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ນັດສຸດທ້າຍທີ່ ສະເປີ ບຸກຊະນະ ໂອລິມປິກ ມາກເຊີຍ 2-1 ໃນຄືນວັນທີ 1 ພະຈິກຜ່ານມາ.
ຊອນນີ້ ໂດດເອົາຫົວຈິກບານ ແຕ່ໄປປະທະກັບ ແຄນເຊວ ເອັມເບັມບ້າ ກອງຫລັງ ມາກເຊີຍ ເຮັດໃຫ້ຫລິ້ນຕໍ່ບໍ່ໄຫວ ຖືກປ່ຽນຕົວອອກນາທີ 29′ ຜ່ານການສະແກນແພດເຫັນວ່າ: ຕ້ອງໄດ້ຜ່າຕັດບໍລິເວນເບົ້າຕາຊ້າຍຂອງ ຊອນເຮືອງມິນ ເຊິ່ງອາດໃຊ້ເວລາພັກໄລຍະໜຶ່ງ ໂດຍແພດຈະອັບເດດອາການໃຫ້ຊາບແຕ່ລະໄລຍະ ຄາດການວ່າ: ຊອນນີ້ ອາດອົດຊ່ວຍທັບໂສມຂາວໃນ ບານໂລກ 2022.
ສິ່ງທີ່ແນ່ນອນເກມ ພຮີເມ່ຍລີກ ທ້າຍອາທິດນີ້ ທີ່ທັບໄກ່ເດືອຍຄຳ ຈະເປີດບ້ານປະທະກັບ ຫົງແດງ ລີເວີພູລ ວັນທີ 6 ພະຈິກນີ້ ລົງບໍ່ໄດ້ແນ່ນອນ ແລະ ອາດລວມໄປເຖິງເກມລີກຄັບ ຮອບທີ 3 ຄືນວັນທີ 9 ພະຈິກ ທີ່ຈະໄປຢາມ ເຈົ້າປ່າ ນັອດຕິ້ງແຮມ ຟໍເຣັດ ແລະ ເກມລີກສົ່ງທ້າຍ ກ່ອນສົ່ງນັກກິລາໄປລຸຍ ບານໂລກ ຄືເປີດບ້ານພົບກັບ ລີດ ຢູໄນເຕັດ ວັນທີ 12 ພະຈິກ.
ສ່ວນ ບານໂລກ 2022 ທີມຊາດສາທາລະນະລັດເກົາຫລີຂອງ ຊອນເຮືອງມິນ ຢູ່ກຸ່ມ H ຮ່ວມກັບ ປັອກຕຸຍການ, ການ້າ ແລະ ອູຣູໄກວ, ນັດທີ 1 ຈະດວນກັບ ອູຣູໄກວ ວັນທີ 24 ພະຈິກ, ນັດທີ 2 ພົບກັບ ການ້າ ວັນທີ 28 ພະຈິກ ແລະ ນັດທີ 3 ພົບກັບ ປັອກຕຸຍການ ວັນທີ 2 ທັນວາ.
ຊອນເຮືອງມິນ ຖືກແຕ່ງຕັ້ງເປັນຫົວໜ້າທີມຊາດ ສະເພາະລະດູການນີ້ ລົງຫລິ້ນໃຫ້ ສະເປີ 19 ນັດ ຍິງ 5 ປະຕູ ລວມທຸກລາຍການ, ສ່ວນໃນນາມທີມຊາດ ລົງຫລິ້ນ 104 ນັດ ຍິງ 35 ປະຕູ.
Photo: Tottenham Hotspur