ການແຂ່ງຂັນເຕະບານຊາຍ ຊິງແຊ້ມປະເທດລາວ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຮອບແບ່ງສາຍ ນັດສຸດທ້າຍ ຂອງສາຍ ກ ວັນທີ 2 ພະຈິກຜ່ານມາ, ແຂວງຊຽງຂວາງ ສະເໝີກັບ ແຂວງບໍ່ແກ້ວ ແບບສຸດມັນ 4-4 ປ່ຽນກັນນຳ ປ່ຽນກັນຕາມ ກອດຄໍກັນເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ.
ຂະນະທີ່ ແຂວງວຽງຈັນ ຊະນະ ແຂວງບໍລິຄຳໄຊ ແບບມ່ວນມັນເຊັ່ນກັນ 4-3 ສາຍນີ້ ຈົບ 3 ນັດ, ຊຽງຂວາງ ເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 11 ເປັນທີໜຶ່ງຂອງສາຍ ມີ 7 ຄະແນນ, ບໍ່ແກ້ວ ທີສອງ ມີ 5 ຄະແນນ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ສ່ວນ ແຂວງວຽງຈັນ ມີ 3 ຄະແນນ ແລະ ບໍລິຄຳໄຊ ມີ 1 ຄະແນນ ຕົກຮອບ.
Photo: LFF National Football Championship