ການແຂ່ງຂັນເຕະບານຊາຍ ຊິງແຊ້ມປະເທດລາວ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຮອບແບ່ງສາຍ ນັດສຸດທ້າຍ ຂອງສາຍ ຂ ວັນທີ 2 ພະຈິກຜ່ານມາ, ແຂວງເຊກອງ ສະເໝີກັບ ແຂວງຄຳມ່ວນ 1-1 ຄຳມ່ວນ ນຳໄວພຽງ 4′ ນາທີທຳອິດຈາກ ໄຊຍາ ໄຊຍະລາດ ແຕ່ທ້າຍເກມ ເຊກອງ ໄລ່ຕີສະເໝີຈາກ ສຸລິຈັນ ພະສະແຫວງ ນາທີ 88′.
ຂະນະທີ່ ນະຄອນຫລວງວຽງຈັນ ສະເໝີກັບ ແຂວງຫລວງນໍ້າທາ 0-0 ສາຍນີ້ ຈົບ 3 ນັດ, ຄຳມ່ວນ ເປັນທີໜຶ່ງຂອງສາຍ ມີ 5 ຄະແນນ, ນະຄອນຫລວງ ແລະ ເຊກອງ ມີ 4 ຄະແນນເທົ່າກັນ ແຕ່ນະຄອນຫລວງ ມີສະຖິຕິດີກວ່າ ເຊກອງ ເຂົ້າຮອບ 8 ທີມສຸດທ້າຍເປັນອັນດັບສອງຂອງກຸ່ມ ຮອງຈາກ ຄຳມ່ວນ, ຂະນະທີ່ ເຊກອງ ຕົກຮອບ ເໝືອນກັບ ຫລວງນໍ້າທາ ທີ່ມີ 2 ຄະແນນ.
Photo: LFF National Football Championship