ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ H ນັດສຸດທ້າຍ ຄືນວັນທີ 2 ພະຈິກຜ່ານມາ, ເບັນຟີກ້າ ທີມດັງຈາກລີກສູງສຸດຂອງປັອກຕຸຍການ ຟອມເດັ່ນຕໍ່ເນື່ອງ ບຸກຖະຫລົ່ມ ແມັກຄາບີ້ ໄຮຟາ ຈາກອິດສະຣາແອນ 6-1 ຍິງບໍ່ຊໍ້າໜ້າ, ຂະນະທີ່ ປາຣີ ແຊັງແຊກແມັງ (PSG) ບຸກຊະນະ ຢູເວັນຕຸສ 2-1.
ຈົບ 6 ນັດ: PSG ແລະ ເບັນຟີກ້າ ມີ 14 ຄະແນນ ເທົ່າກັນ ສະຖິຕິການພົບກັນ ກໍເທົ່າກັນ, ປະຕູໄດ້ເສຍກໍເທົ່າກັນ ຍິງໄດ້ 16 ປະຕູ ເສຍ 7 ປະຕູ ຕ້ອງມາວັດທີ່ການຍິງປະຕູນອກບ້ານ ເບັນຟີກ້າ ດີກວ່າ PSG ຍິງໄດ້ 9 ປະຕູ PSG ຍິງໄດ້ 6 ປະຕູ ເບັນຟີກ້າ ໄດ້ທີໜຶ່ງຂອງກຸ່ມ, ທີສອງ PSG ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ, ສ່ວນ ຢູເວັນຕຸສ ແລະ ແມັກຄາບີ້ ໄຮຟາ ມີ 3 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍ ຢູເວ່ ດີກວ່າ ໄດ້ທີສາມຂອງກຸ່ມ ໄດ້ໄປຫລິ້ນ ຢູໂຣປາລີກ ຮອບເພອັອຟ, ສ່ວນ ໄຮຟາ ຕົກຮອບ.
Photo: UEFA Champions League