ນັດຊິງຊະນະເລີດ ການແຂ່ງຂັນບານເຕະຊິງຂັນ ສຕລ ລາວຟອດ 2022 ວັນທີ 28 ສິງຫາ ເວລາ 15:00 ໂມງ ສະໂມສອນ ຊ້າງນ້ອຍ ແຊ້ມ ເປບຊີ ລາວລີກ 1 ປະຈຳປີ 2022 ພົບກັບ ສະໂມສອນ ມາສເຕີ້ ເຊເວັ້ນ ຮອງແຊ້ມ ເປບຊີ ລາວລີກ 1 ປະຈຳປີ 2022, ແຂ່ງຢູ່ສະໜາມກິລາແຫ່ງຊາດ ຫລັກ 16. ມີຖ່າຍທອດສົດທາງ ໂທລະພາບແຫ່ງຊາດລາວຊ່ອງ 3 HD ແລະ ເພຈ LFF Lao Ford Cup.
ຄູ່ນີ້ພົບກັນ 3 ນັດໃນ ເປບຊີ ລາວລີກ ປະຈຳປີ 2022 3 ນັດ: ຊ້າງນ້ອຍ ຊະນະ ມາສເຕີ້ ເຊເວັ້ນ 1 ນັດ, ສະເໝີກັນ 2 ນັດ: ນັດທີ 1 ວັນທີ 24 ເມສາ 2022 ມາສເຕີ້ ເຊເວັ້ນ ສະເໝີກັບ ຊ້າງນ້ອຍ 2-2, ນັດທີ 2 ວັນທີ 18 ມິຖຸນາ 2022 ຊ້າງນ້ອຍ ສະເໝີກັບ ມາສເຕີ້ ເຊເວັ້ນ 0-0, ນັດທີ 3 ວັນທີ 20 ສິງຫາ 2022 ຊ້າງນ້ອຍ ຊະນະ ມາສເຕີ້ ເຊເວັ້ນ 2-1. ຊ້າງນ້ອຍ ຄວ້າແຊ້ມ ແບບໄຮ້ປະລາໄຊ ແຂ່ງ 18 ນັດ ຊະນະ 13 ສະເໝີ 5 ມີ 44 ຄະແນນ, ຂະນະທີ່ ມາສເຕີ້ ເຊເວັ້ນ ແຂ່ງ 18 ນັດ ຊະນະ 9 ສະເໝີ 6 ເສຍ 3 ນັດ ມີ 33 ຄະແນນ.
Photo: Lao league, Lff lao-ford cup