ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ G ນັດສຸດທ້າຍ ຄືນວັນທີ 2 ພະຈິກຜ່ານມາ, ແມນເຊັສເຕີ ຊິຕີ້ ເປີດບ້ານແຊງຊະນະ ເຊບີຢ້າ 3-1 ທີມຢາມນຳກ່ອນຈາກ ຣາຟາ ເມ່ຍ ນາທີ ແຕ່ເຄິ່ງຫລັງ ຊິຕີ້ ຍິງແຊງສາມປະຕູຈາກ ຣິໂກ້ ເລວິສ ແບັກຂວາ ໄວ 17 ປີ ຍິງຕີສະເໝີນາທີ 52′ ສ້າງສະຖິຕິອາຍຸນ້ອຍສຸດ ຍິງປະຕູໃນ ຢູຟ້າ ແຊ້ມປ້ຽນລີກ ໃນການລົງຫລິ້ນນັດທຳອິດ ດ້ວຍອາຍຸ 17 ປີ 346 ວັນ ທຳລາຍສະຖິຕິຂອງ ຄາຣິມ ເບັນເຊມ້າ ທີ່ສ້າງໄວ້ສະໄໝຢູ່ກັບ ໂອລິມປິກ ລີຢົງ 17 ປີ 352 ວັນ ຫລຸດລື່ນກັນ 6 ວັນ. ສຳລັບອີກສອງປະຕູຂອງ ຊິຕີ້ ໃນເກມນີ້ໄດ້ຈາກ ຢູລຽນ ອາວວາເຣັຊ ນາທີ 73′ ແລະ ຣິຢ໊າດ ມາເຣັຊ ນາທີ 83′.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເອຟຊີ ໂຄເປັນຮາເກັນ ສະເໝີກັບ ດັອດມຸນ 1-1. ຈົບ 6 ນັດ: ແມນຊິຕີ້ ມີ 14 ຄະແນນ, ດັອດມຸນ ມີ 9 ຄະແນນ ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ, ສ່ວນ ເຊບີຢ້າ ມີ 5 ຄະແນນ ໄດ້ອັນດັບທີສາມຂອງກຸ່ມ ໄດ້ໄປ ຢູໂຣປ້າລີກ ຮອບເພອັອຟ, ຂະນະທີ່ ໂຄເປັນຮາເກັນ ມີ 3 ຄະແນນ ຕົກຮອບ.
Photo: UEFA Champions League