ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ F ນັດສຸດທ້າຍ ຄືນວັນທີ 2 ພະຈິກຜ່ານມາ, ອາຣແບ ໄລຊິກ ຈາກເຢຍລະມັນ ຟອມດີຂຶ້ນຕໍ່ເນື່ອງ ບຸກຖະຫລົ່ມ ຊັກຕ້າ ໂດເນັດ ຈາກອູແກຣນ ເຖິງ 4-0 ຂະນະທີ່ ແຊ້ມເກົ່າ ຣຽວ ມາດຣິດ ເປີດບ້ານຖະຫລົ່ມ ເຊວຕິກ 5-1.
ຈົບ 6 ນັດ: ຣຽວ ມາດຣິດ ທີໜຶ່ງຂອງກຸ່ມ ມີ 13 ຄະແນນ, ໄລຊິກ ມີ 12 ຄະແນນ ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ, ຊັກຕ້າ ມີ 6 ຄະແນນ ໄດ້ອັນດັບສາມຂອງກຸ່ມ ໄປຫລິ້ນ ຢູໂຣປ້າລີກ ຮອບເພອັອຟ ເພື່ອລຸ້ນເຂົ້າຮອບ 16 ທີມ, ຂະນະທີ່ ເຊວຕິກ ມີ 2 ຄະແນນ ຕົກຮອບ.
Photo: UEFA Champions League