ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ E ນັດສຸດທ້າຍ ຄືນວັນທີ 2 ພະຈິກຜ່ານມາ, ປີສາດແດງດຳ ເອຊີ ມິລານ ເປີດບ້ານຖະຫລົ່ມ ເຊົາບວກ 4-0 ໂອລີວີເຢ່ ຊີຣູ ຍິງສອງປະຕູ ນາທີ 14′ ແລະ 57′, ຣາເດ້ ຄຣູນິກ ນາທີ 46′ ແລະ ປິດທ້າຍຈາກ ຕົວສຳຮອງ ຈູເນ່ຍ ເມັສເຊຍອັສ ນາທີ 90+1′.
+ ຊີຣູ ກາຍເປັນນັກເຕະອາຍຸຫລາຍສຸດ ຍິງສອງປະຕູໃນ ມິລານ ໃນແຊ້ມປ້ຽນລີກ ດ້ວຍອາຍຸ 36 ປີ 33 ວັນ ຕໍ່ຈາກ ຟີລິບໂປ້ ອິນຊາກີ້ ທີ່ຍິງ ຣຽວ ມາດຣິດ ໃນເດືອນພະຈິກ ປີ 2010 ພາ ມິລານ ອະດີດແຊ້ມ 7 ສະໄໝ ເຂົ້າຮອບ 16 ທີມສຸດທ້າຍ ໃນຮອບ 8 ປີ.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ສິງຟ້າ ເຊວຊີ ແຊງຊະນະ ດີນາໂມ ຊາເກັບ 2-1. ຈົບ 6 ນັດ: ເຊວຊີ ມີ 13 ຄະແນນ, ມິລານ ມີ 10 ຄະແນນ ເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ, ເຊົາບວກ ມີ 6 ຄະແນນ ໄດ້ອັນດັບສາມຂອງກຸ່ມ ໄດ້ໄປຫລິ້ນ ຢູໂຣປ້າລີກ ຮອບເພອັອຟ, ຂະນະທີ່ ຊາເກັບ ມີ 4 ຄະແນນ ຕົກຮອບ.
Photo: UEFA Champions League