ຍີ່ປຸ່ນ ຊາດທຳອິດ ປະກາດ 26 ຂຸນພົນ ລຸຍ ບານໂລກ 2022 ທີ່ກາຕ້າ

ທັບຊາມູໄຣຟ້າ ທີມຊາດຍີ່ປຸ່ນ ກາຍເປັນຊາດທຳອິດ ປະກາດ 26 ຂຸນພົນ ຊຸດລຸຍ ບານໂລກ 2022 ທີ່ກາຕ້າ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້, ຄູຝຶກ ຮາຈິເມະ ໂມຣິຢາສຶ ປະກາດລາຍຊື່ນັກກິລາເມື່ອວັນທີ 1 ພະຈິກຜ່ານມາ ປະກົດວ່າ: 26 ນັກກິລາ ມີ 20 ຄົນ ຫລິ້ນຢູ່ລີກນອກປະເທດ.

ສູນໜ້ານຳໂດຍ: ໄດເຊັນ ມາເອດະ ຈາກເຊວຕິກ ທີມນຳລີກສູງສຸດຂອງສະກັອດແລນ, ທາກຸມະ ອາຊາໂນະ ຈາກໂບຄຸ້ມ ບຸນເດັສລີກ້າ ເຢຍະລະມັນ ແລະ ອາຢາເຊະ ອູເອດະ ຈາກເຊີໂຄ ບຣູດສ໌ ລີກສູງສຸດຂອງແບນຊິກ.

ກອງກາງນຳໂດຍ: ກຸໂບະ ຈາກ: ຣຽວ ໂຊເຊຍແດັດ, ໄດຈິ ຄາມາດະ ຈາກໄອແທັກ ແຟັງເຟີດ, ໂມຣິຕະ ຈາກສະປອດຕິ້ງ ລິສບ້ອນ, ຣິສຶ ໂດອັນ ຈາກໄຟຣບວກ, ວາຕາຣຸ ເອັນໂດະ ຈາກສະຕຸດກາດ, ອາໂອະ ທານາກະ ຈາກຟໍທູນ້າ ດຸສເຊວດັອຟ, ມິໂຕມະ ຈາກໄບຣຕັ້ນ, ທາກຸມິ ມິນາມິໂນະ ຈາກໂມນາໂຄ, ຈຸນຢະ ອີໂຕະ ຈາກແຣັງ, ຊິບາຊາກິ ຈາກເລກາເນ່ ແລະ ຢູກິ ໂຊມະ ຈາກນາໂກຢ້າ ແຄມປັສ.

ກອງຫລັງ: ມາຢະ ໂຢຊິດະ ຫວົໜ້າທີມຈາກ ຊາວເກ້ 04, ໂທມິຢາສຶ ຈາກອາຣເຊນໍລ, ຢູຕະ ນາກາຢາມະ ຈາກຮັດເດີຟິວ ທາວ, ໂຄ ອິຕະກຸຣະ ຈາກໂບຣຸສເຊຍ ມຸນເຊິນ ກັດບັກ, ຮິໂຣກິ ອີໂຕະ ຈາກສະຕຸດກາດ, ຢູໂກະ ນາກາໂຕໂມະ ອະດີດແບັກຊ້າຍ ອິນເຕີ ຈາກເອຟຊີ ໂຕກຽວ, ຮິໂຣກິ ຊາກາອິ ຈາກອຸຣາວ້າ ເຣດ ໄດມ້ອນ, ມິກິ ຢາມາເນະ, ສອງກອງຫລັງຈາກ ໂຊໂກະ ທານິກຸຊິ ຈາກຄາວາຊາກິ ຟອນຕາເລ່.

ຜູ້ຮັກສາປະຕູ 3 ຄົນ: ເອຈິ ຄາວາຊິມ້າ ຜູ້ຮັກສາປະຕູປະສົບການສູງ ໄວ 39 ປີ ຈາກສະຕາສບວກ, ແດນ້ຽວ ສະມິດ ລູກຊອດຍີ່ປຸ່ນ ອາເມຣິກາ ຈາກສະໂມສອນ ເຊັນຕຸຍເດັນ ລີກສູງສຸດແບນຊິກ ແລະ ຊູອິຈິ ກອນດະ ຈາກສະໂມສອນ ຊິມິຊຶ ເອັສ ເພົາສ໌.

ບານໂລກ 2022 ທີມຊາດຍີ່ປຸ່ນ ຢູ່ກຸ່ມ E ຮ່ວມກັບ ເຢຍລະມັນ ແຊ້ມ 4 ສະໄໝ, ແອັສປາຍ ແຊ້ມ 1 ສະໄໝ ແລະ ຄັອສຕາຣິກ້າ, ນັດທີ 1 ຈະພົບກັບ ເຢຍລະມັນ ວັນທີ 23 ພະຈິກ, ນັດທີ 2 ພົບກັບ ຄັອສຕາຣິກ້າ ວັນທີ 27 ພະຈິກ ແລະ ນັດທີ 3 ພົບກັບ ແອັສປາຍ ວັນທີ 1 ທັນວາ.

ທັບຊາມູໄຣຟ້າ ຜ່ານການຄັດເລືອກສູ່ຮອບສຸດທ້າຍ ບານໂລກ ເປັນຄັ້ງທີ 6 ຕິດຕໍ່ກັນ ຜົນງານດີສຸດເຂົ້າຮອບ 16 ທີມສຸດທ້າຍ 3 ຄັ້ງຄື: ປີ 2002, 2010 ແລະ 2018 ໂດຍຄັ້ງຫລ້າສຸດ ເສຍໃຫ້ ແບນຊິກ 2-3.

Photo: サッカー日本代表

Leave a Reply

Your email address will not be published. Required fields are marked *