ເປັບ ກົວດີໂອລ່າ ຜູ້ຈັດການທີມຊາວແອັສປາຍຂອງ ແມນເຊັສເຕີ ຊິຕີ້ ໃຫ້ສຳພາດວ່າ: ເອີລິ້ງ ຮາແລນ ສູນໜ້າຟອມເດັ່ນຂອງທີມ ອາດຫາຍດີ ທັນມາຊ່ວຍທີມ ດວນກັບ ຟູແລ່ມ ເກມພຣີເມ່ຍລີກ ວັນທີ 5 ພະຈິກນີ້ ພາຍຫລັງສະພາບຮ່າງກາຍດີຂຶ້ນ ແຕ່ອາດຈະບໍ່ເຕັມຮ້ອຍ ເປັບ ຫວັງຢ່າງຍິ່ງວ່າ: ຮາແລນ ຈະພ້ອມຊ່ວຍທີມໃນນັດນີ້.
ເອີລິ້ງ ຮາແລນ ມມີອາການເປັນໄຂ້ ຈາກເກມ ແຊ້ມປ້ຽນລີກ ດວນກັບ ທີມເກົ່າ ໂບຣຸສເຊຍ ດັອດມຸນ ເມື່ອທ້າຍເດືອນຕຸລາຜ່ານມາ ພາດໂອກາດຊ່ວຍທີມນັດດວນກັບ ເລັສເຕີ ເມື່ອທ້າຍອາທິດຜ່ານມາ ແລະ ເກມແຊ້ມປ້ຽນລີກ ປະທະກັບ ເຊຍີຢ້າ ໃນຄືນວັນທີ 2 ພະຈິກ.
ລະດູການນີ້ ຮາແລນ ຟອມເດັ່ນ ຍິງ 22 ປະຕູຈາກ 16 ນັດ ລວມທຸກລາຍການ ໃນນີ້ ພຣີເມ່ຍລີກ ຍິງ 17 ປະຕູ ຈາກ 11 ນັດ ແລະ ແຊ້ມປ້ຽນລີກ ຍິງ 5 ປະຕູ ຈາກ 4 ນັດ.
Photo: Manchester City