ແຣນເຈີ ສະໂມສອນບານເຕະຊື່ດັງໃນລີກສູງສຸດຂອງປະເທດສະກັອດແລນ ກາຍເປັນທີມທຳອິດຂອງປະເທດທີ່ເສຍ 6 ນັດລວດ ໃນຮອບແບ່ງກຸ່ມ ຢູຟ້າ ແຊ້ມປ້ຽນລີກ ແລະ ເປັນທີມທີ 22 ໃນປະຫວັດສາດຂອງ ຢູຟ້າ ແຊ້ມປ້ຽນລີກ ເສຍ 6 ນັດລວດໃນຮອບແບ່ງກຸ່ມ ພາຍຫລັງນັດສຸດທ້າຍຂອງກຸ່ມ A ລະດູການນີ້ ເສຍຄາບ້ານໃຫ້ ອາແຈັກ ຈາກໂຮນລັງ 1-3 ແລະ ມີປະຕູໄດ້ເສຍ ຕິດລົບຫລາຍສຸດເຖິງ -20 ໜ່ວຍ ຍິງໄດ້ 2 ປະຕູ ເສຍ 20 ປະຕູ, ທຳລາຍສະຖິຕິຂອງ ດີນາໂມ ຊາເກັບ ຈາກໂຄຣເອເຊຍ ທີ່ປະຕູໄດ້ເສຍ ຕິດລົບ -19 ໜ່ວຍ ໃນລະດູການ 2011-12.
ຂະນະທີ່ ແອັດເລຕິໂກ້ ມາດຣິດ ທີມດັງຈາກລີກສູງສຸດຂອງແອັສປາຍ ພາຍຫລັງບຸກເສຍໃຫ້ ປໍຣໂຕ້ ຈາກປັອກຕຸຍການ 1-2 ຈົບອັນດັບສຸດທ້າຍຂອງກຸ່ມ ໃນແຊ້ມປ້ຽນລີກ ຄັ້ງທຳອິດ ນັບຕັ້ງແຕ່ ເດໂກ້ ຊີເມໂອເນ່ ເຂົ້າມາຄຸມທີມໃນປີ 2011 ນອກຈາກຕົກຮອບແບ່ງກຸ່ມໃນຮອບ 4 ປີ ຍັງບໍ່ໄດ້ໄປຫລິ້ນ ຢູໂຣປ້າລີກ ຮອບເພອັອຟ. ລະດູການນີ້ 17 ລວມທຸກລາຍການ ເສຍແລ້ວ 6 ນັດ ສະເໝີ 4 ນັດ ແລະ ຊະນະ 7 ນັດ.
Photo: Skysports