ຫລວງພະບາງ ຮອງແຊ້ມ ຊະນະ ແຊ້ມເກົ່າ ຈຳປາສັກ 2-0 ເຂົ້າຮອບ 8 ທີມສຸດທ້າຍ ບານເຕະແຫ່ງຊາດ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມປະເທດລາວ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຮອບແບ່ງສາຍ ນັດທີ 2 ຂອງສາຍ ຄ ວັນທີ 1 ພະຈິກຜ່ານມາ, ຫລວງພະບາງ ຮອງແຊ້ມຄັ້ງຜ່ານມາ ຟອມດີຕໍ່ເນື່ອງ ເອົາຊະນະ ຈຳປາສັກ ແຊ້ມເກົ່າ 2-0 ຈາກ: ວົງໄພບູນ ວາຊົວລີ້ ນາທີ 32′ ແລະ ພຸດທະສັກ ວົງພັກດີ ເຮັດບານເຂົ້າປະຕູຕົນເອງ ນາທີ 61′ ຄວ້າໄຊສອງນັດລວດ ເຂົ້າຮອບ 8 ທີມສຸດທ້າຍ, ສ່ວນ ແຂວງຈຳປາສັກ ແຊ້ມເກົ່າ ມີ 1 ຄະແນນຈາກ 2 ນັດ ໄປລຸ້ນເຂົ້າຮອບໃນນັດສຸດທ້າຍ.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ແຂວງສະຫວັນນະເຂດ ຊະນະ ແຂວງຫົວພັນ 2-0 ສະຫວັນນະເຂດ ມີ 3 ຄະແນນ ຈາກ 2 ນັດ, ຂະນະທີ່ ຫົວພັນ ມີ 1 ຄະແນນ ຍັງມີລຸ້ນເຂົ້າຮອບນັດສຸດທ້າຍ, ໂດຍນັດສຸດທ້າຍ ຈະແຂ່ງຂັນວັນທີ 3 ພະຈິກນີ້ ແຂວງຈຳປາສັກ ພົບ ແຂວງສະຫວັນນະເຂດ ຢູ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມນອກ ແລະ ແຂວງຫລວງພະບາງ ພົບ ແຂວງຫົວພັນ ຢູ່ສະໜາມກິລາກອງທັບ ຫລັກ 5.

ສາຍ ງ ແຂວງໄຊສົມບູນ ຊະນະ ແຂວງໄຊຍະບູລີ 2-1 ສາຍນີ້ ມີ 3 ທີມ ໄຊສົມບູນ ມີ 3 ຄະແນນຈາກ 1 ນັດ ເຂົ້າຮອບ 8 ທີມສຸດທ້າຍ, ຂະນະທີ່ ໄຊຍະບູລີ ແຂ່ງ 2 ນັດ ມີ 1 ຄະແນນ ແລະ ອັດຕະປື ແຂ່ງ 1 ນັດ ມີ 1 ຄະແນນ ນັດສຸດທ້າຍ ອັດຕະປື ພົບ ໄຊສົມບູນ ຈະແຂ່ງຂັນວັນທີ 3 ພະຈິກນີ້ ຢູ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ.

Photo: LFF National Football Championship

Leave a Reply

Your email address will not be published. Required fields are marked *