ແອັດມາດຣິດ ຟອມຕົກຕໍ່ເນື່ອງ ບຸກເສຍໃຫ້ ປໍຣໂຕ້ ຈົບອັນດັບສຸດທ້າຍ! ຢູຟ້າ ແຊ້ມປ້ຽນລີກ 2022-23

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ B ນັດສຸດທ້າຍ ຄືນວັນທີ 1 ພະຈິກຜ່ານມາ, ແອັດເລຕິໂກ້ ມາດຣິດ ຟອມຕົກຕໍ່ເນື່ອງ ບຸກເສຍໃຫ້ ປໍຣໂຕ້ 1-2 ສ່ວນ ໄບເອີ ເລເວີຄູເຊັນ ສະເໝີກັບ ຄລັບບຣູດຈ໌0-0.

ກຸ່ມນີ້ ຈົບ 6 ນັດ: ປໍຣໂຕ້ ມີ 12 ຄະແນນ, ຄລັບບຣູດຈ໌ ມີ 11 ຄະແນນ ເຂົ້າຮອບ 16 ທີມສຸດທ້າຍ, ສ່ວນ ເລເວີຄູເຊັນ ແລະ ແອັດມາດຣິດ ມີ 5 ຄະແນນເທົ່າກັນ ແຕ່ສະຖິຕິ ເລເວີຄູເຊັນ ດີກວ່າ ແອັດມາດຣິດ ເລເວີຄູເຊັນ ໄດ້ທີສາມຂອງກຸ່ມໄດ້ໄປຫລິ້ນ ຢູໂຣປ້າລີກ ຮອບເພອັອຟ ເພື່ອລຸ້ນໄປຮອບ 16 ທີມສຸດທ້າຍ, ຂະນະທີ່ ແອັດມາດຣິດ ຈົບອັນດັບສຸດທ້າຍຂອງກຸ່ມ ຕົກຮອບ.

ສຳລັບຄືນນີ້ ເປັນນັດສຸດທ້າຍຂອງກຸ່ມ E-H ກຸ່ມ E: ເຊວຊີ ພົບ ດີນາໂມ ຊາເກັບ ແລະ ເອຊີ ມິລານ ພົບ ເຊົາບວກ ແຂ່ງພ້ອມກັນ ເວລາ 3:00, ກຸ່ມ F: ຣຽວ ມາດຣິດ ພົບ ເຊວຕິກ, ຊັກຕ້າ ພົບ ໄລຊິກ ແຂ່ງພ້ອມກັນ 00:45, ກຸ່ມ G: ແມນຊິຕີ້ ພົບ ເຊບີຢ້າ, ໂຄເປັນຮາເກັນ ພົບ ດັອດມຸນ ເວລາ ເວລາ 3:00 ແລະ H: ຢຄເວັນຕຸສ ພົບ ປາຣີ ແຊັງແຊກແມັງ ແລະ ແມັກຄາບີ້ ໄຮຟາ ພົບ ເບັນຟີກ້າ ເລລາ 3:00.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *